ຊຸດຝຶກອົບຮົມວຽກງານການຈັດສັນ, ວາງແຜນຄຸ້ມຄອງນຳໃຊ້ທີ່ດີນ ເຂດສູນອານຸລັກຊ້າງລາວ ໜ້າອ່າງນໍ້າຕຽນ ຢູ່ ເມືອງໄຊຍະບູລີ, ແຂວງໄຊຍະບູລີ.
ຕອນເຊົ້າຂອງວັນທີ່ 12 ທັນວາ 2022, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູລີ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດກອງປະຊຸມຝຶກອົບຮົມວຽກງານການຈັດສັນ, ວາງແຜນນໍາໃຊ້ທີ່ດີນ ເຂດສູນອານຸລັກຊ້າງລາວ ໜ້າອ່າງນໍ້າຕຽນ ຢູ່ ທີ່ຫ້ອງປະຊຸມ ພຊສ, ໂດຍການເປັນປະທານ ຂອງ ທ່ານ ບຸນລັບ ແສງອາພອນ ກໍາມະການພັກແຂວງ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີ ຊ່ຽວຊານ-ທີ່ປຶກສາ ທາງດ້ານການຈັດສັນ, ວາງແຜນຄຸ້ມຄອງ, ນຳໃຊ້ດິນ ຂອງໂຄງການ GIZ ແລະ ວິຊາການ ຜູ້ທີ່ມີຄວາມຊຳນານໃນການໃຊ້ເຄື່ອງມື ການສ້າງແຜນຈັດສັນ ແລະ ນຳໃຊ້ທີ່ດີນ ຈາກ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ), ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງການໂຄສະນາອົບຮົມເມືອງ, ສະຫະພັນແມ່ຍິງແຂວງ ແລະ ເມືອງ , ແນວລາວສ້າງຊາດເມືອງ ເຂົ້າຮ່ວມທັງໝົດ 15 ທ່ານ, ຍິງ 3 ທ່ານ.
ຈຸດປະສົງຂອງກອງປະຊຸມເພື່ອເປັນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ຜູ້ທີຈະລົງຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ພາກສະໝາມ ໃຫ້ຮູ້ຈັກຂັ້ນຕອນ, ວິທີການ, ບາດກ້າວ, ທັກສະ ແລະ ເຕັກນິກ ໃນການສ້າງແຜນຈັດສັນ, ວາງແຜນຄຸ້ມຄອງ, ນຳໃຊ້ດິນ ແລະ ວຽກປະຊາສຳພັນ ຢູ່ ເຂດສູນອານຸລັກຊ້າງລາວ ໃນເນື້ອທີ່ 379 ຮຕ ຢູ່ ໜ້າອ່າງນໍ້າຕຽນ, ການຝຶກອົບຮົມ ແລະ ການຈັດຕັ້ງປະຕິບັດໃນພາກສະໝາມໃນຄັ້ງນິ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການ GIZ ຊຸດຝຶກອົບຮົມຄັ້ງນີ້ໄດ້ປິດລົງ ໃນຄັ້ງວັນທີ່ 16 ທັນວາ 2022 ແລະ ສຳເລັດຢ່າງຈົບງາມ.
ກອງປະຊຸມທົບທວນເຕັກນິກ ການສຳຫຼວດ - ວັດແທກ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ໂຄງການ ທົດລອງການຮັບຮູ້ສິດນຳໃຊ້ທີ່ດິນຕາມປະເພນີ 03 ປະເພດປ່າ ຢູ່ ແຂວງໄຊຍະບູລີ.
ໃນທ້າຍເດືອນ ພະຈິກ 2022 ນີ້, ທີ່ ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ເປີດ ກອງປະຊຸມ ທົບທວນເຕັກນິກ ການສຳຫຼວດ - ວັດແທກ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ໂຄງການ ທົດລອງ ການຮັບຮູ້ສິດນຳໃຊ້ທີ່ດິນຕາມປະເພນີ ຢູ່ເຂດ 03 ປະເພດປ່າ ຢູ່ ແຂວງໄຊຍະບູລີ ໂດຍການເປັນປະທານຂອງ ທ່ານ ບຸນລັບ ແສງອາພອນ ກໍາມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ທ່ານ ວິພັນໄຊ ຈັນສະມຸດ ຮອງຫົວໜ້າກົມຈັດຕັ້ງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ເກື່ອນແກ້ວ ຈັນທະລາ ຫົວໜ້າພະແນກສຳຫຼວດ - ວັດແທກ ແລະ ຈັດສັນທີ່ດິນ ກົມທີ່ດິນ ກຊສ ພ້ອມດ້ວຍຄະນະທິມງານທີ່ຕາງໜ້າກົມກ່ຽວຂ້ອງ ທີ່ມາຈາກ ກຊສ, ມີ ທ່ານ ສີປະໄທ ເພົ້າພົງສະຫວັດ ຮອງຫົວໜ້າ ພຊສ ແຂວງຄຳມ່ວນ, ມີຄະນະພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງ ພຊສ, ຄະນະພະແນກການອ້ອມຂ້າງແຂວງ, ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງ 2 ແຂວງ, ແຂກທີຖືກເຊີນຈາກແຂວງໄຊຍະບູລີ ແລະ ແຂວງຄຳມ່ວນ ແລະ ຕາງໜ້າແຜນງານ GIZ ເຂົ້າຮ່ວມ.
ກອງປະຊຸມໄດ້ລົງເລິກຄົ້ນຄ້ວາການເຊື່ອມສານວຽກງານຈັດສັນທີດີນ ຂັ້ນບ້ານ ລະຫວ່າງ ຂະແໜງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແລະ ຂະແໜງກະສິກຳ ແລະ ປ່າໄມ້ ພ້ອມກັນຄົ້ນຄົ້ວ,ປຶກສາຫາລື,ແລກປ່ຽນ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ໃນການດຳເນິນການສຳຫຼວດ - ວັດແທກ ເນື້ອທີ່ຕອນດິນທີ່ນອນຢູ່ໃນຂົງເຂດ 03 ປະເພດປ່າ, ການເກັບກຳຂໍ້ມູນ, ຂື້ນບັນຊີສຳມະໂນຕອນດີນແບບເປັນລະບົບ ເພື່ອຈັດເກັບລາຍຮັບຄ່າທຳນຽມນຳໃຊ້ທີ່ດິນ ແລະ ເປັນບ່ອນອິງໃຫ້ແກ່ການສ້າງຖານຂໍ້ມູນ ໃນຮູບແບບ ດີຈິຕອນ, ເຊິ່ງໂຄງການດັ້ງກາວເປັນໂຄງການທີ່ເຮັດ ໃນການລິເລີ່ມ ການປັບປຸງ, ກຳນົດ, ຫຼັກການ, ວິທີການ, ກົນໄກ ແລະ ຂັ້ນຕອນການສຳຫຼວດ, ວັດແທກ, ສ້າງແຜນທີ່ຕາດິນ ແລະ ອອກເອກະສານຮັບຮູ້ສິດນຳໃຊ້ທີ່ດີນຕາມປະເພນີໃຫ້ປະຊາຊົນ ແລະ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.
Read more: ກອງປະຊຸມທົບທວນເຕັກນິກ ການສຳຫຼວດ - ວັດແທກ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ໂຄງການ...
ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຢູ່ ຂັ້ນເມືອງ.
ໃນໄລຍະຕົ້ນເດືອນພະຈິກ 2022 ຜ່ານມານິ້, ທ່ານ ຄໍາພັນ ພັນທະວົງ ຮອງຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ພ້ອມດ້ວຍທີມງານໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ຢູ່ 04 ເມືອງເໜືອ, ໂດຍສົມທົບກັບ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແແວດລ້ອມ ເມືອງຫົງສາ, ຫຊສ ເມືອງເງິນ, ຫຊສ ເມືອງຊຽງຮ່ອນ, ຫຊສ ເມືອງຄອບ, ມີບັນດາ ທ່ານຄະນະຫ້ອງການ ຊສ ເມືອງ, ຄະນະທີມງານຂອງພະແນກ ຊສ ແຂວງ, ຄະນະໜ່ວຍງານ ພະນັກງານ ຂອງ ຫຊສ ເຂົ້າຮ່ວມ. ຈຸດປະສົງຂອງການລົງມາເຮັດວຽກໃນຄັ້ງນີ້ ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ່ແກ່ການຈັດຕັ້ງເຄື່ອນໄຫວວຽກງານໃນຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທົ່ວແຂວງ ດັ່ງນີ້: ຊຸກຍູ້, ປະເມີນການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ວາງໄວ້ຕາມແຜນການປີ 3 ເດືອນທ້າຍປີ 2022; ແນະນຳວຽກການຈັດຕັ້ງປະຕິບັດວຽກງານການເງີນ, ຈົດຮັບຈົດຈ່າຍ ແລະ ລະບົບການລົງບັນຊີຫຼັງຈ່າຍ; ຊຸກຍູ້ການຈັດເກັບລາຍຮັບ ຕາມ 002/ປປທ, ການສ້າງຖານລາຍຮັບ ແລະ ຂຸດຄົ້ນທ່າແຮງບົ່ມຊ້ອນ ຕິດພັນກັບວາລະແຫ່ງຊາດ ແຜນແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ ການເງິນ ຂົງເຂດ ຊສ; ຊຸກຍູ້ການຄຸ້ມຄອງສິ່ງແວດລ້ອມ, ນໍ້າ ເຊັ່ນ: ການຄຸ້ມຄອງການອອກໃບຢັ້ງຢືນສິ່ງແວດລ້ອມ, ການຈັດຕັ້ງປະຕິບັດວຽກງານຂຽວສະອາດງາມຕາ, ການຄຸ້ມຄອງຂໍ້ມູນ ແລະ ການອະນຸຍາດການນຳໃຊ້ນໍ້າ.
ການປຶກສາຫາລືກະກຽມລົງສໍາຫຼວດຈັດສັນທີ່ດິນ ວາງແຜນນໍາໃຊ້ທີ່ດິນ ເຂດສູນອານຸລັກຊ້າງລາວ ໜ້າອ່າງນໍ້າຕຽນ.
ໃນຕົ້ນເດືອນພະຈິກ 2022 ນີ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູລີ ໄດ້ ທົບກັບພາກສ່ວນທີ່ກ່ຽວຂ້ອງ, ໄດ້ເປີດ ກອງປະຊຸມ ປຶກສາຫາລືເພື່ອກະກຽມລົງສໍາຫຼວດຈັດສັນທີ່ດິນ, ວາງແຜນນໍາໃຊ້ທີ່ດິນ ເຂດສູນອານຸລັກຊ້າງລາວ ໜ້າອ່າງນໍ້າຕຽນ ຢູ່ ທີ່ຫ້ອງປະຊຸມ ພຊສ, ໂດຍການເປັນປະທານ ຂອງ ທ່ານ ບຸນລັບ ແສງອາພອນ ກໍາມະການພັກແຂວງ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີ ທ່ານ ຮອງເຈົ້າເມືອງໄຊຍະບູລີ ,ຫົວໜ້າ, ຮອງພະແນກ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານວິຊາການ ອ້ອມຂ້າງແຂວງ, ເມືອງ ແລະ ອຳນາດການປົກຄອງບ້ານກ່ຽວຂ້ອງ ເຂົ້າຮ່ວມ ທັງໝົດ 23 ທ່ານ, ຍິງ 03 ທ່ານ.
ກອງປະຊຸມຜ່ານບົດລາຍງານ ການສຶກສາເບື້ອງຕົ້ນ ກ່ຽວກັບ ຜົນກະທົບຕໍ່ສິ່ງແວດລ້ອມ ໂຄງການ ຊົນລະປະທານນ້ຳຊາງ
ໃນທ້າຍເດືອນ ຕຸລາ 2022 ຜ່ານມານີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງແກ່ນທ້າວ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ຈັດກອງປະຊຸມຜ່ານບົດລາຍງານ ການສຶກສາເບື້ອງຕົ້ນ ກ່ຽວກັບ ຜົນກະທົບຕໍ່ສິ່ງແວດລ້ອມ (ບສຕສ) ໂຄງການຊົນລະປະທານນໍ້າຊາງ ຢູ່ເຂດບ້ານຫ້ວຍເລີກ ແລະ ບ້ານວັງປູນ ເມືອງແກ່ນທ້າວ ຂອງບໍລິສັດ Vijay Kumar Mishra Construction Pvt. Ltd (VKMCP) ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນລັບ ແສງອາພອນ ຫົວໜ້າ ພຊສ, ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ ໂດຍມີຜູ້ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ຜູ້ຕ່າງໜ້າສະພາປະຊາຊົນ, ອຳນາດການປົກຄອງບ້ານທີ່ຈະໄດ້ຮັບຜົນກະທົບຄື: ບ້ານຫ້ວຍເລີກ, ບ້ານວັງປູນ, ເຈົ້າຂອງໂຄງການ ແລະ ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມຂອງໂຄງການ ເຂົ້າຮ່ວມທັງໝົດ ຈໍານວນ 28 ທ່ານ, ຍິງ 01 ທ່ານ.
Page 1 of 3