ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູລີ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຂະແໜງ ບໍລິຫານ ແລະ ການເງິນ
      • ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ກວດກາ
      • ຂະແໜງ ທີ່ດິນ
      • ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ
      • ຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
      • ຂະ​ແໜງ ​ຕິດ​ຕາມກວດ​ກາ ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ຕິດຕໍ່ພົວພັນ
  • WebMail

ກອງປະຊຸມ ສະຫຼຸບວຽກງານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມທົ່ວແຂວງໄຊຍະບູລີ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023.

ໃນຕອນເຊົ້າຂອງວັນທີ 16 ມີນາ 2023 ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງໄຊຍະບູລີ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັັດວຽກງານຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທົ່ວແຂວງໄຊຍະບູລີ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ໂດຍການເປັນປະທານຂອງ ທ່ານ ບຸນລັບ ແສງອາພອນ ກໍາມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງ ທ່ານ ສົມຈິດ ຈັນທະວົງ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງໄຊຍະບູີ, ມີ ຄະນະພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງ ພຊສ, ພະແນກການອ້ອມຂ້າງແຂວງ, ມີທ່ານຮອງເຈົ້າເມືອງ 11 ເມືອງ, ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງ 11 ເມືອງ, ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ

Read more: ກອງປະຊຸມ ສະຫຼຸບວຽກງານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມທົ່ວແຂວງໄຊຍະບູລີ ປະຈໍາປີ 2022 ແລະ...

ກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ-ລັດຖະກອນ , ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງໄຊຍະບູລີ ປະຈຳປິ 2022.

 

 

 

 

    ໃນຕອນເຊົ້າຂອງວັນທີ່ 06 ມີນາ 2023, ເວລາ 08:00 ໂມງ, ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ-ລັດຖະກອນ ປະຈຳປິ 2022 ຂື້ນຢູ່ທີ່ ຫ້ອງປະຊຸມຂອງພະແນກ ຊສ, ໂດຍການເປັນປະທານຂອງ ທ່ານ ບຸນລັບ ແສງອາພອນ ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເປັນກຽດເຂົ້າຮ່ວມກອງປະຊຸມຂອງ ທ່ານ ສົມຈິດ ຈັນທະວົງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໄຊຍະບູລີ ມີ ຄະນະນຳພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ, ຄະນະທິມງານຂອງແຂວງ ພ້ອມດ້ວຍພະນັກງານພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ, ໃນກອງປະຊຸມ ທ່ານ ບຸນລັບ ແສງອາພອນ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຜ່ານບົດລາຍງານຜົນການຈັດຕັ້ງປະຕິບັດວຽກງານພະນັກງານ-ລັດຖະກອນ ປະຈຳປິ 2022

Read more: ກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ-ລັດຖະກອນ , ພະແນກຊັບພະຍາກອນທຳມະຊາດ ແລະ...

ກອງປະຊຸມເຜິຍແຜ່ ກົດໜາຍວ່າດ້ວຍທີ່ດີນ ສະບັບປັບປຸງ

     

    ໃນຕອນເຊົ້າຂອງວັນທີ່ 13 ກຸມພາ 2023 ຜ່ານມານີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ຈັດ ກອງປະຊຸມເຜິຍແຜ່ເຊື່ອມຊຶມກົດໜາຍ ວ່າດ້ວຍທີ່ດີນ ສະບັບປັບປຸງ ເລກທີ່ 70/ສພຊ, ລົງວັນທີ່ 21 ມິຖຸນາ 2019, ຢູ່ທີ່ ຫ້ອງປະຊຸມ ຂອງ ຫ້ອງການປົກຄອງເມືອງໄຊຍະບູລີ ໂດຍການເປັນປະທານຂອງ ທ່ານ ບຸນລັບ ແສງອາພອນ ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ບຸນລັດ ວໍລະຈິດ ຮອງຫົວໜ້າຫ້ອງການ ກຊສ, ມິ ຫົວໜ້າພະແນກ, ຮອງຫົວໜ້າພະແນກອ້ອມຂ້າງແຂວງ, ຄະນະທິມງານຈາກ ກຊສ, ມິບັນດາທ່ານ ຫົວໜ້າ, ຮອງຫົວໜ້າຫ້ອງການ ຊສ ພ້ອມດ້ວຍພະນັກງານພາຍໃນພະແນກ ເຂົ້າຮ່ວມທັງໝົດ 77 ທ່ານ, ຍິງ 18 ທ່ານ.

Read more: ກອງປະຊຸມເຜິຍແຜ່ ກົດໜາຍວ່າດ້ວຍທີ່ດີນ ສະບັບປັບປຸງ

ຊຸດຝຶກອົບຮົມວຽກງານການຈັດສັນ, ວາງແຜນຄຸ້ມຄອງນຳໃຊ້ທີ່ດີນ ເຂດສູນອານຸລັກຊ້າງລາວ ໜ້າອ່າງນໍ້າຕຽນ ຢູ່ ເມືອງໄຊຍະບູລີ, ແຂວງໄຊຍະບູລີ.

   ຕອນເຊົ້າຂອງວັນທີ່ 12 ທັນວາ 2022, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູລີ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດກອງປະຊຸມຝຶກອົບຮົມວຽກງານການຈັດສັນ, ວາງແຜນນໍາໃຊ້ທີ່ດີນ ເຂດສູນອານຸລັກຊ້າງລາວ ໜ້າອ່າງນໍ້າຕຽນ ຢູ່ ທີ່ຫ້ອງປະຊຸມ ພຊສ, ໂດຍການເປັນປະທານ ຂອງ ທ່ານ ບຸນລັບ ແສງອາພອນ ກໍາມະການພັກແຂວງ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີ ຊ່ຽວຊານ-ທີ່ປຶກສາ ທາງດ້ານການຈັດສັນ, ວາງແຜນຄຸ້ມຄອງ, ນຳໃຊ້ດິນ ຂອງໂຄງການ GIZ ແລະ ວິຊາການ ຜູ້ທີ່ມີຄວາມຊຳນານໃນການໃຊ້ເຄື່ອງມື ການສ້າງແຜນຈັດສັນ ແລະ ນຳໃຊ້ທີ່ດີນ ຈາກ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ), ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງການໂຄສະນາອົບຮົມເມືອງ, ສະຫະພັນແມ່ຍິງແຂວງ ແລະ ເມືອງ , ແນວລາວສ້າງຊາດເມືອງ ເຂົ້າຮ່ວມທັງໝົດ 15 ທ່ານ, ຍິງ 3 ທ່ານ.

   ຈຸດປະສົງຂອງກອງປະຊຸມເພື່ອເປັນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ຜູ້ທີຈະລົງຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ພາກສະໝາມ ໃຫ້ຮູ້ຈັກຂັ້ນຕອນ, ວິທີການ, ບາດກ້າວ, ທັກສະ ແລະ ເຕັກນິກ ໃນການສ້າງແຜນຈັດສັນ, ວາງແຜນຄຸ້ມຄອງ, ນຳໃຊ້ດິນ ແລະ ວຽກປະຊາສຳພັນ ຢູ່ ເຂດສູນອານຸລັກຊ້າງລາວ ໃນເນື້ອທີ່ 379 ຮຕ ຢູ່ ໜ້າອ່າງນໍ້າຕຽນ, ການຝຶກອົບຮົມ ແລະ ການຈັດຕັ້ງປະຕິບັດໃນພາກສະໝາມໃນຄັ້ງນິ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການ GIZ ຊຸດຝຶກອົບຮົມຄັ້ງນີ້ໄດ້ປິດລົງ ໃນຄັ້ງວັນທີ່ 16 ທັນວາ 2022 ແລະ ສຳເລັດຢ່າງຈົບງາມ.

Read more: ຊຸດຝຶກອົບຮົມວຽກງານການຈັດສັນ, ວາງແຜນຄຸ້ມຄອງນຳໃຊ້ທີ່ດີນ ເຂດສູນອານຸລັກຊ້າງລາວ ໜ້າອ່າງນໍ້າຕຽນ ຢູ່...

ກອງປະຊຸມທົບທວນເຕັກນິກ ການສຳຫຼວດ - ວັດແທກ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ໂຄງການ ທົດລອງການຮັບຮູ້ສິດນຳໃຊ້ທີ່ດິນຕາມປະເພນີ 03 ປະເພດປ່າ ຢູ່ ແຂວງໄຊຍະບູລີ.

   ໃນທ້າຍເດືອນ ພະຈິກ 2022 ນີ້, ທີ່ ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ເປີດ ກອງປະຊຸມ ທົບທວນເຕັກນິກ ການສຳຫຼວດ - ວັດແທກ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ໂຄງການ ທົດລອງ ການຮັບຮູ້ສິດນຳໃຊ້ທີ່ດິນຕາມປະເພນີ ຢູ່ເຂດ 03 ປະເພດປ່າ ຢູ່ ແຂວງໄຊຍະບູລີ ໂດຍການເປັນປະທານຂອງ ທ່ານ ບຸນລັບ ແສງອາພອນ ກໍາມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ທ່ານ ວິພັນໄຊ ຈັນສະມຸດ ຮອງຫົວໜ້າກົມຈັດຕັ້ງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ເກື່ອນແກ້ວ ຈັນທະລາ ຫົວໜ້າພະແນກສຳຫຼວດ - ວັດແທກ ແລະ ຈັດສັນທີ່ດິນ ກົມທີ່ດິນ ກຊສ ພ້ອມດ້ວຍຄະນະທິມງານທີ່ຕາງໜ້າກົມກ່ຽວຂ້ອງ ທີ່ມາຈາກ ກຊສ, ມີ ທ່ານ ສີປະໄທ ເພົ້າພົງສະຫວັດ ຮອງຫົວໜ້າ ພຊສ ແຂວງຄຳມ່ວນ, ມີຄະນະພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງ ພຊສ, ຄະນະພະແນກການອ້ອມຂ້າງແຂວງ, ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງ 2 ແຂວງ, ແຂກທີຖືກເຊີນຈາກແຂວງໄຊຍະບູລີ ແລະ ແຂວງຄຳມ່ວນ ແລະ ຕາງໜ້າແຜນງານ GIZ ເຂົ້າຮ່ວມ.

   ກອງປະຊຸມໄດ້ລົງເລິກຄົ້ນຄ້ວາການເຊື່ອມສານວຽກງານຈັດສັນທີດີນ ຂັ້ນບ້ານ ລະຫວ່າງ ຂະແໜງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແລະ ຂະແໜງກະສິກຳ ແລະ ປ່າໄມ້ ພ້ອມກັນຄົ້ນຄົ້ວ,ປຶກສາຫາລື,ແລກປ່ຽນ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ໃນການດຳເນິນການສຳຫຼວດ - ວັດແທກ ເນື້ອທີ່ຕອນດິນທີ່ນອນຢູ່ໃນຂົງເຂດ 03 ປະເພດປ່າ, ການເກັບກຳຂໍ້ມູນ, ຂື້ນບັນຊີສຳມະໂນຕອນດີນແບບເປັນລະບົບ ເພື່ອຈັດເກັບລາຍຮັບຄ່າທຳນຽມນຳໃຊ້ທີ່ດິນ ແລະ ເປັນບ່ອນອິງໃຫ້ແກ່ການສ້າງຖານຂໍ້ມູນ ໃນຮູບແບບ ດີຈິຕອນ, ເຊິ່ງໂຄງການດັ້ງກາວເປັນໂຄງການທີ່ເຮັດ ໃນການລິເລີ່ມ ການປັບປຸງ, ກຳນົດ, ຫຼັກການ, ວິທີການ, ກົນໄກ ແລະ ຂັ້ນຕອນການສຳຫຼວດ, ວັດແທກ, ສ້າງແຜນທີ່ຕາດິນ ແລະ ອອກເອກະສານຮັບຮູ້ສິດນຳໃຊ້ທີ່ດີນຕາມປະເພນີໃຫ້ປະຊາຊົນ ແລະ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

 

Read more: ກອງປະຊຸມທົບທວນເຕັກນິກ ການສຳຫຼວດ - ວັດແທກ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ໂຄງການ...

  1. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຢູ່ ຂັ້ນເມືອງ.
  2. ການປຶກສາຫາລືກະກຽມລົງສໍາຫຼວດຈັດສັນທີ່ດິນ ວາງແຜນນໍາໃຊ້ທີ່ດິນ ເຂດສູນອານຸລັກຊ້າງລາວ ໜ້າອ່າງນໍ້າຕຽນ.
  3. ກອງປະຊຸມຜ່ານບົດລາຍງານ ການສຶກສາເບື້ອງຕົ້ນ ກ່ຽວກັບ ຜົນກະທົບຕໍ່ສິ່ງແວດລ້ອມ ໂຄງການ ຊົນລະປະທານນ້ຳຊາງ
  4. ຄະນະນຳ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ລົງເຄື່ອນໄຫວວຽກງານ ຢູ່ ຂັ້ນເມືອງ.

Page 1 of 4

  • 1
  • 2
  • 3
  • 4
  • You are here:  
  • Home

Latest Articles

  • ກອງປະຊຸມ ສະຫຼຸບວຽກງານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມທົ່ວແຂວງໄຊຍະບູລີ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023.
  • ກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ-ລັດຖະກອນ , ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງໄຊຍະບູລີ ປະຈຳປິ 2022.
  • ກອງປະຊຸມເຜິຍແຜ່ ກົດໜາຍວ່າດ້ວຍທີ່ດີນ ສະບັບປັບປຸງ
  • ຊຸດຝຶກອົບຮົມວຽກງານການຈັດສັນ, ວາງແຜນຄຸ້ມຄອງນຳໃຊ້ທີ່ດີນ ເຂດສູນອານຸລັກຊ້າງລາວ ໜ້າອ່າງນໍ້າຕຽນ ຢູ່ ເມືອງໄຊຍະບູລີ, ແຂວງໄຊຍະບູລີ.
  • ກອງປະຊຸມທົບທວນເຕັກນິກ ການສຳຫຼວດ - ວັດແທກ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ໂຄງການ ທົດລອງການຮັບຮູ້ສິດນຳໃຊ້ທີ່ດິນຕາມປະເພນີ 03 ປະເພດປ່າ ຢູ່ ແຂວງໄຊຍະບູລີ.
052196
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
40
29
110
50068
2843
1768
52196

Your IP: 3.238.134.157
2023-03-28 22:56
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2023 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູລີ