ກອງປະຊຸມ ສະຫຼູບ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ ຄະນະພັກຮາກຖານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ປະຈຳປີ 2021 ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງ ວັນທີ 18 ກຸມພາ 2022, ເວລາ 8:00 ໂມງ ຢູ່ທີ່ ຫ້ອງປະຊຸມ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ, ໂດຍການເປັນປະທານຂອງ ສະຫາຍ ບຸນລັບ ແສງອາພອນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເປັນກຽດເຂົ້າຮ່ວມກອງປະຊຸມຂອງ ສະຫາຍ ສົມຈິດ ຈັນທະວົງ ຄະນະປະຈຳພັກແຂວງ, ສະຫາຍ ປອ ແວວເພັດ ສີບຸນມາ ຮອງເລຂາຄະນະພັກຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາສະຫາຍ ເລຂາ,ຮອງເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກ, ພະນັກງານ-ລັດຖະກອນທີ່ຂື້ນກັບຄະນະພັກຮາກຖານ ພຊສ, ໜ່ວຍປະຕິບັດງານຂອງແຂວງແລະ ແຂກຖືກເຊີນເຂົ້າຮ່ວມ.

       ໃນກອງປະຊຸມ ສະຫາຍ ບຸນລັບ ແສງອາພອນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ຜ່ານຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ເຊິ່ງສະຫາຍໄດ້ຍົກໃຫ້ເຫັນດ້ານດີ - ດ້ານອ່ອນ ໃນການຊີ້ນໍາໆພາຂອງຄະນະໜ່ວຍພັກ ໃນໄລຍະ 1ປີຜ່ານມາ ຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ມີຄະນະພັກຮາກຖານ 06 ສະຫາຍ, ມີ 05 ໜ່ວຍພັກຂຶ້ນກັບ, ມີຄະນະໜ່ວຍພັກທັງໝົດ 14 ສະຫາຍ, ຍິງ 3 ສະຫາຍມີສະມາຊິກພັກທັງໝົດ 56 ສະຫາຍ, ຍິງ 19 ສະຫາຍ, ຂົງເຂດການນໍາພາຂອງຄະນະພັກຮາກຖານກວມເອົາ 05 ຂະແໜງການ, ມີພະນັກງານ-ລັດຖະກອນ ແລະ ອາສາສະໝັກທັງໝົດ 74 ສະຫາຍ, ຍິງ 28 ສະຫາຍ, ໃນນັ້ນພະນັກງານ-ລັດຖະກອນ 60 ສະຫາຍ,ຍິງ 19 ສະຫາຍ, ພະນັກງານອາສະໝັກ 14 ສະຫາຍ, ຍິງ 09 ສະຫາຍ, ຜ່ານການຕີລາຄາແບ່ງປະເພດສະມາຊິກພັກ ຕາມ 5 ດ້ານ ສະມາຊິກພັກໄດ້ປະເພດແຂງ 56 ສະຫາຍ, ຍິງ 19 ສະຫາຍ ກວມເອົາ 100%, ປະເພດພະນັກງານ-ລັດຖະກອນ ໄດ້ປະເພດ ດີຫຼາຍ 28 ສະຫາຍ, ຍິງ 07 ສະຫາຍ; ໄດ້ປະເພດ ດີ 32 ສະຫາຍ, ຍິງ 12 ສະຫາຍ ກວມເອົາ 100%; ປະເພດອາສາສະໝັກ ປະເພດດີ 12 ສະຫາຍ, ຍິງ 8 ສະຫາຍ ກວມເອົາ 100%, ປະເພດອົງການຈັດຕັ້ງມະຫາຊົນທີ່ຂຶ້ນກັບບັນດາໜ່ວຍພັກມີໜ່ວຍຊາວໜຸ່ມທີ່ຂຶ້ນກັບຄະນະພັກ 04 ໜ່ວຍ ໄດ້ປະເພດແຂງ 04 ໜ່ວຍ, ຮາກຖານຊາວໜຸ່ມໄດ້ປະເພດແຂງ, ໜ່ວຍແມ່ຍິງທີ່ຂຶ້ນກັບຄະນະພັກມີ 04 ໜ່ວຍ ໄດ້ປະເພດ ແຂງ 04 ໜ່ວຍ ໄດ້ປະເພດ ແຂງ, ຮາກຖານແມ່ຍິງໄດ້ປະເພດແຂງ, ໜ່ວຍກຳມະບານທີ່ຂຶ້ນກັບຄະນະພັກມີ 05 ໜ່ວຍ ໄດ້ປະເພດ ແຂງ 05 ໜ່ວຍ ໄດ້ປະເພດ ແຂງ, ສະຫະພັນກຳມະບານທີ່ຂຶ້ນກັບຄະນະພັກ ໄດ້ປະເພດແຂງ, ປະເພດຂະແໜງການທີ່ຂຶ້ນກັບຄະນະພັກ 05 ຂະແໜງ, ໄດ້ປະເພດແຂງ 05 ຂະແໜງ ,ຕີລາຄາການນໍາພາຂອງບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຕາມ 5 ດ້ານ ດ້ານການເມືອງສະເລ່ຍ 1,9 ໃນນີ້ປະຕິບັດໄດ້ 1,9 ຄະແນນ ມີ 5 ໜ່ວຍພັກ, ດ້ານແນວຄິດສະເລ່ຍ 1,39 ໃນນີ້ປະຕິບັດໄດ້ 1,4 ຄະແນນມີ 4 ໜ່ວຍພັກ; ໄດ້ 1,3 ຄະແນນມີ 1 ໜ່ວຍພັກ, ດ້ານການຈັດຕັ້ງສະເລ່ຍ 1,4 ໃນນີ້ປະຕິບັດໄດ້ 1,4 ຄະແນນ ມີ 5 ໜ່ວຍພັກ. ຈາກນັ້ນ, ຄະນະພັກ ເລຂາໜ່ວຍພັກ, ຂະແໜງການ ອົງການຈັດຕັ້ງ ໄດ້ຂື້ນຈັບມືແຂ່ງຂັນປະຕິບັດຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນປີ 2022 ໃຫ້ໄດ້ຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດຕາມແຜນການທີ່ວາງໄວ້. ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຂອງ ສະຫາຍ ສົມຈິດ ຈັນທະວົງ ຄະນະປະຈຳພັກແຂວງ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກສາມາດຍາດມາໄດ້ຕະຫຼອດໃນໄລຍະ 1 ປີ ຜ່ານມາ, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ເຫັນບາງບັນຫາດັ່ງນີ້:

1. ສະມາຊິກພັກ, ພະນັກງານທຸກສະຫາຍ ຕ້ອງໄດ້ຕັ້ງໜ້າເສີມຂະຫຍາຍດ້ານດີ, ປັບປຸງແກ້ໄຂບັນຫາຈຸດອ່ອນຂໍ້ຄົງຄ້າງທີ່ຜ່ານມາ, ຕ້ອງກຳໃຫ້ໄດ້ພາລະບົດບາດ, ສິດໜ້າທີ່ຄວາມຮັບຜິດຊອບຂອງຕົນ ໃນນີ້ຕ້ອງກຳໄດ້ຈຸດພິເສດສະພາບແວດລ້ອມຂອງໜ່ວຍພັກ, ກຳໃຫ້ໄດ້ສະພາບແນວຄິດຄວາມມຸ້ງມາດປາຖະໜາຂອງສະມາຊິກພັກ, ພະນັກງານໃນຂອບເຂດຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ.

2. ປັບປຸງແບບແຜນວິທີເຮັດວຽກຄວາມເປັນເອກະພາບພາຍໃນໝູ່ຄະນະ, ມີການແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນໜ່ວຍພັກແຕ່ລະສະຫາຍໃຫ້ຈະແຈ້ງ ແລະ ຖືກຕາມຄວາມຮູ້ຄວາມສາມາດ, ຍົກສູງຄວາມສາມັກຄີພາຍໃນ, ພາຍນອກໃຫ້ແໜ້ນແຟ້ນກວ່າເກົ່າ ເພື່ອສ້າງຄວາມເປັນເອກະພາບພາຍໃນພັກໃຫ້ໜັກແໜ້ນ.

3. ເອົາໃຈໃສ່ປັບປຸງທັດສະນະຫຼັກໝັ້ນ, ຄຸນສົມບັດສິນທຳປະຕິວັດ, ຄວາມເປັນແບບຢ່າງນຳໜ້າ ແລະ ຄວາມສາມາດໃນການນຳພາຂອງຄະນະພັກໃນການຈັດຕັ້ງປະຕິບັດແນວທາງຍະໂຍບາຍຂອງພັກ, ຍົກສູງຄຸນນະພາບຂອງວຽກງານ, ຫຼີກເວັ້ນບໍ່ໃຫ້ມີສະມາຊິພັກ-ພະນັກງານເສຍທາດຂາດຄຸນ ຫຼື ຖຶກປະຕິບັດວິໄນໃນກໍລະນີໃດໆ.

4. ສືບຕໍ່ຮັກສາມູນເຊື້ອ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ, ເອົາໃຈໃສ່ກໍ່ສ້າງສະມາຊິກພັກ, ພະນັກງານ-ລັດຖະກອນໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ, ອອກແຮງຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ-ພັດທະນາຂອງບຸກຄົນ ແລະ ອົງການຈັດຕັ້ງມະຫາຊົນ ລວມເຖິງໜ່ວຍພັກ ໃຫ້ປະກົດຜົນເປັນຈິງ.

5. ສືບຕໍ່ຊີ້ນຳ-ນໍາພາຈັດຕັ້ງປະຕິບັດທາງດ້ານວິຊາສະເພາະຕາມພາລະບົດບາດ, ສ້າງສະມາຊິກພັກ, ພະນັກງານ ໃຫ້ກາຍເປັນເສນາທິການທີ່ໄວ້ເນື້ອເຊື່ອໃຈຈາກຄະນະພັກ ຂັ້ນເທິງ.

6. ເພີ້ມທະວີການຊີ້ນຳ - ນຳພາອົງການຈັດຕັ້ງມະຫາຊົນ ແລະ ວຽກປ້ອງກັນພາຍໃນ ໃຫ້ມີຄວາມເຂັ້ມແຂງ.

7. ເພີ້ມທະວີວຽກງານກວດກາພັກ-ພະນັກງານໃຫ້ໜັກແໜ້ນ ເປັນກຳລັງຊຸກດັນໃນການປັບປຸງກໍ່ສ້າງພັກ ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ໄດ້ຮັບການປະຕິບັດ ແລະ ມີໝາກຜົນສຳເລັດຕາມລະດັບຄາດໝາຍ.

8. ຄະນະພັກຕ້ອງໄດ້ກຳແໜ້ນທິດນຳ ແລະ ຫຼັກການກໍ່ສ້າງພັກ, ຮູ້ຈັກຜັນຂະຫຍາຍແນວທາງເປັນລາຍລະອຽດ, ພ້ອມກັນນັ້ນ ກໍ່ຕ້ອງໄດ້ເຝິກຝົນຫຼ່ໍຫຼອມຕົນເອງ ແລະ ມີຄວາມສະດຸ້ງໄວ.