ໃນວັນທີ່ 19 ຕຸລາ 2022 ຜ່ານມາ ຄະນະທິມງານ ຂອງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ, ເຊິ່ງນຳໂດຍ: ທ່ານ ຄຳພັນ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງເຂື່ອນໄຫວວຽກງານ ຢູ່ ຂັ້ນເມືອງ ແລະ ເຂົ້າຮ່ວມກອງປະຊຸມສະຫຼູບວຽກງານ 09 ເດືອນ ແລະ ທິດທາງແຜນການ 03 ເດືອນທ້າຍປີ 2022 ຂອງ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ແກ່ນທ້າວ ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມຶອງ ໂດຍການເປັນປະທານ ຂອງ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ແກ່ນທ້າວ,ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ ຜູ້ຊີ້ນຳນຳວຽກເສດຖະກິດ,
ມີ ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ , ພະນັກງານຈາກແຂວງ ແລະ ເມືອງ, ຫ້ອງການທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານເທດສະບານ, ຜຸ້ປະກອບການທຸລະກິດພາຍໃນເມືອງເຂົ້າຮ່ວມ 60 ກວ່າທ່ານ. ກອງປະຊຸມຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໃນໄລຍະ 09 ເດືອນຕົ້ນປີ ແລະ ທິດທາງແຜນການ 03 ທ້າຍປີ 2022 ແລະ ສະເໜີ ພາລະບົດບາດ ສິດ ແລະ ໜ້າທີ ຂອງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ຈາກທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ຈາກນັ້ນປະທານກອງປະຊຸມກໍ່ມີຄຳເຫັນຊີ້ນຳ ແລະ ເຈາະຈິ້ມ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີຄຳຄິດຄຳເຫັນຕໍ່ການຈັດຕັ້ງປະຕິບັດວຽກງານຜ່ານມາ ແລະ ສ້າງແຜນການຈຸດສຸມ ເພື່ອປະຕິບັດສຳເລັດຕາມແຜນການທີ່ວາງໄວ້ໃນ 03 ເດືອນຕໍ່ໜ້າ, ຕອນທ້າຍກອງປະຊຸມປະທານກໍ່ມີຄຳເຫັນໂອ້ລົມຕໍ່ກອງປະຊຸມເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ໃນຂົງເຂດ ຊສ ໄດ້ດຳເນິນໄປຕາມແຜນການ ແລະ ສຳເລັດທີ່ໄດ້ກຳນົດໄວ້ໃນແຜນການປີ 2022.