ໃນທ້າຍເດືອນ ຕຸລາ 2022 ຜ່ານມານີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງແກ່ນທ້າວ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ຈັດກອງປະຊຸມຜ່ານບົດລາຍງານ ການສຶກສາເບື້ອງຕົ້ນ ກ່ຽວກັບ ຜົນກະທົບຕໍ່ສິ່ງແວດລ້ອມ (ບສຕສ) ໂຄງການຊົນລະປະທານນໍ້າຊາງ ຢູ່ເຂດບ້ານຫ້ວຍເລີກ ແລະ ບ້ານວັງປູນ ເມືອງແກ່ນທ້າວ ຂອງບໍລິສັດ Vijay Kumar Mishra Construction Pvt. Ltd (VKMCP) ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນລັບ ແສງອາພອນ ຫົວໜ້າ ພຊສ, ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ ໂດຍມີຜູ້ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ຜູ້ຕ່າງໜ້າສະພາປະຊາຊົນ, ອຳນາດການປົກຄອງບ້ານທີ່ຈະໄດ້ຮັບຜົນກະທົບຄື: ບ້ານຫ້ວຍເລີກ, ບ້ານວັງປູນ, ເຈົ້າຂອງໂຄງການ ແລະ ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມຂອງໂຄງການ ເຂົ້າຮ່ວມທັງໝົດ ຈໍານວນ 28 ທ່ານ, ຍິງ 01 ທ່ານ.

   ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອຜ່ານ ບສຕສ ຂອງໂຄງການຊົນລະປະທານນ້ຳຊາງ ພ້ອມນັ້ນກໍ່ຈະໄດ້ຮັບຟັງຄຳຄິດຄຳເຫັນຂອງພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ຄຳຄິດຄຳເຫັນຂອງອຳນາດການປົກຄອງບ້ານ ຕໍ່ກັບໂຄງການດັ່ງກ່າວ ເພື່ອເປັນເງື່ອນໄຂໃຫ້ ພຊສ ພິຈາລະນາ, ຮັບຮອງ ແລະ ອອກໃບຢັ້ງຢືນສິ່ງ ແວດລ້ອມ ຕາມລະບຽບກົດໝາຍ.

    ພາຍຫຼັງໄດ້ຮັບຟັງການນຳສະເໜີ ຈາກບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມຂອງໂຄງການດັ່ງກ່າວແລ້ວ ຜູ້ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລື ແລະ ປະກອບຄໍາເຫັນ ເຊິ່ງຄໍາຖາມ ແລະ ຄໍາຄິດເຫັນສ່ວນໃຫຍ່ ເຈົ້າຂອງໂຄງ ການ ແລະ ບໍລິສັດທື່ປຶກສາ ຂອງໂຄງການ ກໍ່ໄດ້ມີການຊີ້ແຈງອະທິບາຍຄືນຢ່າງຈະແຈ້ງພໍສົມຄວນ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂື້ນ. ນອກຈາກນີ້ ປະທານກອງປະຊຸມ ກໍ່ໄດ້ມີຄໍາເຫັນ ໂດຍເນັ້ນໜັກໃສ່ຄຳຄິດຄຳເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມ ແລະ ການຊີ້ແຈງຂອງເຈົ້າຂອງໂຄງການ ແລະ ບໍລິສັດທີ່ປຶກສາ. ສັງລວມໂດຍພື້ນຖານແລ້ວຜູ້ເຂົ້າຮ່ວມກອງປະຊຸມ ແມ່ນມີຄວາມເຫັນດີເປັນເອກະພາບ ແຕ່ມີຄຳຄິດຄຳເຫັນ ແລະ ຂໍ້ສະເໜີ ດັ່ງນີ້: ພື້ນຖານແມ່ນເຫັນດີ ຮັບຮອງເອົາ ບສຕສ ຂອງໂຄງການດັ່ງກ່າວ; ມອບໃຫ້ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມຂອງໂຄງການ ປັບປຸງບາງຂໍ້ມູນເຊັ່ນ: ນິຕິກຳທີ່ໃຊ້ໃນການອ້າງອີງ, ຄຳສັບ, ເນື້ອທີ່ ທີ່ຖືກຜົນກະທົບ ໃຫ້ຖືກຕ້ອງກັບຕົວຈີງ. ພ້ອມທັງນໍາເອົາຜົນການກວດວັດຄຸນນະພາບສິ່ງແວດລ້ອມເຊັ່ນ: ຄຸນນະພາບນ້ຳ, ອາກາດ ແລະ ສຽງ ປະກອບໃສ່ໃນ ບສຕສ; ໃຫ້ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ ກຳນົດໃຫ້ລະອຽດ ບັນດາມາດຕະການປ້ອງກັນ, ຫຼຸດຜ່ອນ ຜົນກະທົບຕໍ່ສິ່ງແວດລ້ອມ ໃນໄລຍະກໍ່ສ້າງ ຕາມຄຳຄິດຄຳເຫັນຂອງອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ໃນກອງປະຊຸມຄັ້ງວັນທີ 1 ກັນຍາ 2022 ເຊັ່ນ: ບັນຫາແຮງງານ, ການສັນຈອນ, ຮີດຄອງປະເພນີຂອງທ້ອງຖິ່ນ, ການເຂົ້າເຖີງສະບຽບອາຫານ, ສຸຂະພາບ ແລະ ໄພສັງຄົມ; ໃຫ້ບໍລິສັດ ທີ່ປຶກສາດ້ານສິ່ງແວດລ້ອມ ກຳນົດມາດຕະການປ້ອງກັນ, ຫຼຸດຜ່ອນຜົນກະທົບ ຕໍ່ສັດນ້ຳ, ກຳນົດແຜນການປ່ອຍສັດນ້ຳຄືນສູ່ແຫຼ່ງນ້ຳທຳມະຊາດ; ໃຫ້ບໍລິສັດທີ່ປຶກສາ ປະເມີນຄວາມສ່ຽງທີ່ຄາດວ່າຈະເກີດຂື້ນ ພ້ອມທັງກຳນົດວິທີການປ້ອງກັນ ເພື່ອຮັບມືກັບເຫດການສຸກເສີນ ພ້ອມທັງຮັບປະກັນດ້ານງົບປະມານເຊັ່ນ: ກໍລະນີເກີດເຫດການສຸກເສີນຈະອົບພະຍົບ ຫຼື ຍົກຍ້າຍປະຊາຊົນໄປອາໄສຊົ່ວຄາວຢູ່ຈຸດໃດ, ການຕອບສະໜອງດ້ານສະບຽງອາຫານ, ນ້ຳດື່ມ, ທີ່ພັກ ແລະ ງົບປະມານ; ແຜນງົບປະມານ ບ້ວງບຳລຸງຮັກສາ ແລະຕິດຕາມກວດກາໂຄງການ ຈຳນວນ 5% ຂອງມູນຄ່າການລົງທືນ ຫຼື ເທົ່າກັບ 728.052,25 ໂດລາ ແມ່ນມອບໃຫ້ບໍລິສັດທີ່ປຶກສາດດ້ານສິ່ງແວດລ້ອມຂອງໂຄງການ ປຶກສາກັບເຈົ້າຂອງໂຄງການ ໂດຍແຍກໃຫ້ເຫັນສະເພາະງົບປະມານຕິດຕາມກວດກາດ້ານສິ່ງແວດລ້ອມຂອງແຂວງ ເມືອງ. ແລ້ວສະເໜີຕໍ່ ພຊສ ຄົ້ນຄວ້າ ແລະ ຮັບຮອງ ເອົາແຜນງົບປະທານດັ່ງກ່າວ ແລະ ຄັດຕິດກັບ ບສຕສ ສະບັບສຸດທ້າຍ ສົ່ງໃຫ້ ພຊສ ພິຈາລະນາ ແລະ ອອກໃບຢັ້ງຢືນດ້ານສິ່ງແວດລ້ອມໂຄງການດັ່ງກ່າວ; ເພື່ອຮັບປະກັນໃຫ້ ບສຕສ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ (ຜຄຕສ) ທີ່ໄດ້ຖືກຮັບຮອງ ແລະ ອອກໃບຢັ້ງຢືນສິ່ງແວດລ້ອມ ຈາກ ພຊສ ໄດ້ຮັບການຈັດຕັ້ງປະຕິບັດ ເຈົ້າຂອງໂຄງການຕ້ອງໄດ້ສ້າງຂໍ້ມູນຜູກມັດ ຫຼື ສັນຍາກັບຜູ້ຮັບເໝົາກໍ່ສ້າງ ໃຫ້ຊັດເຈນ ໃນການຈັດຕັ້ງປະຕິບັດຕາມ ບສຕສ ແລະ ຜຄຕສ ຂອງໂຄງການ; ສະເໜີໃຫ້ມີການແຕ່ງຕັ້ງຄະນະຮັບຜິດຊອບໂຄງການຂັ້ນກະຊວງ, ແຂວງ, ເມືອງ ແລະ ບ້ານ ເພື່ອເຮັດໜ້າທີ່ພົວພັນ, ປະສານງານ ໃນການຈັດຕັ້ງປະຕິບັດໂຄງການ; ກ່ອນລົງມືກໍ່ສ້າງໂຄງການ ເຈົ້າຂອງໂຄງການຕ້ອງສົມທົບກັບຄະນະຮັບຜິດຊອບໂຄງການ ລົງເກັບກຳຂໍ້ມູນເນື້ອທີ່ດີນທີ່ ແລະ ຊັບສີນຂອງປະຊາຊົນ ໃນເຂດອ່າງເກັບນ້ຳ, ແລວສົ່ງນ້ຳ ແລະ ເຂດກັນຊົນ ເພື່ອປະເມີນມູນຄ່າຄວາມເສຍຫາຍໃຫ້ເປັນມູນຄ່າສົມທົບທືນພັດທະນາໂຄງການຂອງປະຊາຊົນ ພ້ອມທັງລືບລ້າງສິດນຳໃຊ້ທີ່ດີນຂອງປະຊາຊົນ ແລະ ອອກສິດນຳໃຊ້ທີ່ດີນຂອງລັດ ໃຫ້ໂຄງການນຳໃຊ້; ສະເໜີໃຫ້ເຈົ້າຂອງໂຄງການກຳນົດງົບປະມານ ທີ່ຮັບໃຊ້ການບຳລຸງຮັກສາເສັ້ນທາງເຂົ້າຫາໂຄງການ, ການຕັດເສັ້ນທາງໃໝ່ ແລະ ການຍົກຍ້າຍສາຍສົ່ງໄຟຟ້າ ທີ່ຖືກຜົນກະທົບ; ເຈົ້າໂຄງການຕ້ອງໄດ້ ສຳຫຼວດ ແລະ ອອກແບບປະຕູລະບາຍນ້ຳ ໃຫ້ສາມາດລະບາຍນ້ຳໄດ້ເປັນປົກກະຕິ ແລະ ກຳນົດການປ່ອຍນ້ຳບໍ່ໃຫ້ຫຼຸດ 0.1 m3/s ໃນຊ່ວງລະດູແລ້ງ. ກອງປະຊຸມໄດ້ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ ແລະ ໄດ້ປິດລົງຢ່າງເປັນທາງການ ໃນເວລາ 12 ໂມງ 00 ນາທີ ຂອງວັນດຽວກັນ.