ໃນຕົ້ນເດືອນພະຈິກ 2022 ນີ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູລີ ໄດ້ ທົບກັບພາກສ່ວນທີ່ກ່ຽວຂ້ອງ, ໄດ້ເປີດ ກອງປະຊຸມ ປຶກສາຫາລືເພື່ອກະກຽມລົງສໍາຫຼວດຈັດສັນທີ່ດິນ, ວາງແຜນນໍາໃຊ້ທີ່ດິນ ເຂດສູນອານຸລັກຊ້າງລາວ ໜ້າອ່າງນໍ້າຕຽນ ຢູ່ ທີ່ຫ້ອງປະຊຸມ ພຊສ, ໂດຍການເປັນປະທານ ຂອງ ທ່ານ ບຸນລັບ ແສງອາພອນ ກໍາມະການພັກແຂວງ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີ ທ່ານ ຮອງເຈົ້າເມືອງໄຊຍະບູລີ ,ຫົວໜ້າ, ຮອງພະແນກ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານວິຊາການ ອ້ອມຂ້າງແຂວງ, ເມືອງ ແລະ ອຳນາດການປົກຄອງບ້ານກ່ຽວຂ້ອງ ເຂົ້າຮ່ວມ ທັງໝົດ 23 ທ່ານ, ຍິງ 03 ທ່ານ.
ຈຸດປະສົງຂອງກອງປະຊຸມເພື່ອເປັນການສ້າງຄວາມເຂົ້າໃຈໃນການກຳນົດເຂດ, ການສ້າງແຜນຄຸ້ມຄອງ ແລະ ການນໍາໃຊ້ທີ່ດິນ ໃນຂອບເຂດສູນອານຸລັກຊ້າງ-ອ່າງນໍ້າຕຽນ ໃນກອງປະຊຸມໄດ້ມີການປະກອບຄໍາຄິດຄໍາເຫັນຂອງແຕ່ລະພາກສ່ວນຢ່າງກົງໄປກົງມາ ແລະ ກອງປະຊຸມໄດ້ເຫັນດີເປັນເອກະພາບໃນການກະກຽມທາງດ້ານວິຊາການ, ແຜນງົບປະມານ, ບັນຫາສິ່ງທ້າທາຍໃນການຈັດຕັ້ງປະຕິບັດໃນພາກສະໜາມ ຕໍ່ການປະຕິບັດວຽກງານຕົວຈິງໃນຂັ້ນຕອນຕໍ່ໄປ ໃນເຂດສູນອານຸລັກຊ້າງລາວ ໜ້າອ່າງນໍ້າຕຽນ ເພື່ອສືບຕໍ່ຄຸ້ມຄອງ, ນໍາໃຊ້ ແລະ ປົກປັກຮັກສາໃນຂອບເຂດເນື້ອທີ່ 379 ເຮັກຕາ, ພາຍໃຕ້ການສະໜັບສະໜູນງົບປະມານຊວຍເຫຼືອຈາກໂຄງການ GIZ.