ໃນໄລຍະຕົ້ນເດືອນພະຈິກ 2022 ຜ່ານມານິ້, ທ່ານ ຄໍາພັນ ພັນທະວົງ ຮອງຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ພ້ອມດ້ວຍທີມງານໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ຢູ່ 04 ເມືອງເໜືອ, ໂດຍສົມທົບກັບ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແແວດລ້ອມ ເມືອງຫົງສາ, ຫຊສ ເມືອງເງິນ, ຫຊສ ເມືອງຊຽງຮ່ອນ, ຫຊສ ເມືອງຄອບ, ມີບັນດາ ທ່ານຄະນະຫ້ອງການ ຊສ ເມືອງ, ຄະນະທີມງານຂອງພະແນກ ຊສ ແຂວງ, ຄະນະໜ່ວຍງານ ພະນັກງານ ຂອງ ຫຊສ ເຂົ້າຮ່ວມ. ຈຸດປະສົງຂອງການລົງມາເຮັດວຽກໃນຄັ້ງນີ້ ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ່ແກ່ການຈັດຕັ້ງເຄື່ອນໄຫວວຽກງານໃນຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທົ່ວແຂວງ ດັ່ງນີ້: ຊຸກຍູ້, ປະເມີນການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ວາງໄວ້ຕາມແຜນການປີ 3 ເດືອນທ້າຍປີ 2022; ແນະນຳວຽກການຈັດຕັ້ງປະຕິບັດວຽກງານການເງີນ, ຈົດຮັບຈົດຈ່າຍ ແລະ ລະບົບການລົງບັນຊີຫຼັງຈ່າຍ; ຊຸກຍູ້ການຈັດເກັບລາຍຮັບ ຕາມ 002/ປປທ, ການສ້າງຖານລາຍຮັບ ແລະ ຂຸດຄົ້ນທ່າແຮງບົ່ມຊ້ອນ ຕິດພັນກັບວາລະແຫ່ງຊາດ ແຜນແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ ການເງິນ ຂົງເຂດ ຊສ; ຊຸກຍູ້ການຄຸ້ມຄອງສິ່ງແວດລ້ອມ, ນໍ້າ ເຊັ່ນ: ການຄຸ້ມຄອງການອອກໃບຢັ້ງຢືນສິ່ງແວດລ້ອມ, ການຈັດຕັ້ງປະຕິບັດວຽກງານຂຽວສະອາດງາມຕາ, ການຄຸ້ມຄອງຂໍ້ມູນ ແລະ ການອະນຸຍາດການນຳໃຊ້ນໍ້າ.