ໃນທ້າຍເດືອນ ພະຈິກ 2022 ນີ້, ທີ່ ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ເປີດ ກອງປະຊຸມ ທົບທວນເຕັກນິກ ການສຳຫຼວດ - ວັດແທກ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ໂຄງການ ທົດລອງ ການຮັບຮູ້ສິດນຳໃຊ້ທີ່ດິນຕາມປະເພນີ ຢູ່ເຂດ 03 ປະເພດປ່າ ຢູ່ ແຂວງໄຊຍະບູລີ ໂດຍການເປັນປະທານຂອງ ທ່ານ ບຸນລັບ ແສງອາພອນ ກໍາມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ທ່ານ ວິພັນໄຊ ຈັນສະມຸດ ຮອງຫົວໜ້າກົມຈັດຕັ້ງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ເກື່ອນແກ້ວ ຈັນທະລາ ຫົວໜ້າພະແນກສຳຫຼວດ - ວັດແທກ ແລະ ຈັດສັນທີ່ດິນ ກົມທີ່ດິນ ກຊສ ພ້ອມດ້ວຍຄະນະທິມງານທີ່ຕາງໜ້າກົມກ່ຽວຂ້ອງ ທີ່ມາຈາກ ກຊສ, ມີ ທ່ານ ສີປະໄທ ເພົ້າພົງສະຫວັດ ຮອງຫົວໜ້າ ພຊສ ແຂວງຄຳມ່ວນ, ມີຄະນະພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງ ພຊສ, ຄະນະພະແນກການອ້ອມຂ້າງແຂວງ, ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງ 2 ແຂວງ, ແຂກທີຖືກເຊີນຈາກແຂວງໄຊຍະບູລີ ແລະ ແຂວງຄຳມ່ວນ ແລະ ຕາງໜ້າແຜນງານ GIZ ເຂົ້າຮ່ວມ.
ກອງປະຊຸມໄດ້ລົງເລິກຄົ້ນຄ້ວາການເຊື່ອມສານວຽກງານຈັດສັນທີດີນ ຂັ້ນບ້ານ ລະຫວ່າງ ຂະແໜງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແລະ ຂະແໜງກະສິກຳ ແລະ ປ່າໄມ້ ພ້ອມກັນຄົ້ນຄົ້ວ,ປຶກສາຫາລື,ແລກປ່ຽນ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ໃນການດຳເນິນການສຳຫຼວດ - ວັດແທກ ເນື້ອທີ່ຕອນດິນທີ່ນອນຢູ່ໃນຂົງເຂດ 03 ປະເພດປ່າ, ການເກັບກຳຂໍ້ມູນ, ຂື້ນບັນຊີສຳມະໂນຕອນດີນແບບເປັນລະບົບ ເພື່ອຈັດເກັບລາຍຮັບຄ່າທຳນຽມນຳໃຊ້ທີ່ດິນ ແລະ ເປັນບ່ອນອິງໃຫ້ແກ່ການສ້າງຖານຂໍ້ມູນ ໃນຮູບແບບ ດີຈິຕອນ, ເຊິ່ງໂຄງການດັ້ງກາວເປັນໂຄງການທີ່ເຮັດ ໃນການລິເລີ່ມ ການປັບປຸງ, ກຳນົດ, ຫຼັກການ, ວິທີການ, ກົນໄກ ແລະ ຂັ້ນຕອນການສຳຫຼວດ, ວັດແທກ, ສ້າງແຜນທີ່ຕາດິນ ແລະ ອອກເອກະສານຮັບຮູ້ສິດນຳໃຊ້ທີ່ດີນຕາມປະເພນີໃຫ້ປະຊາຊົນ ແລະ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.