ຕອນເຊົ້າຂອງວັນທີ່ 12 ທັນວາ 2022, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູລີ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດກອງປະຊຸມຝຶກອົບຮົມວຽກງານການຈັດສັນ, ວາງແຜນນໍາໃຊ້ທີ່ດີນ ເຂດສູນອານຸລັກຊ້າງລາວ ໜ້າອ່າງນໍ້າຕຽນ ຢູ່ ທີ່ຫ້ອງປະຊຸມ ພຊສ, ໂດຍການເປັນປະທານ ຂອງ ທ່ານ ບຸນລັບ ແສງອາພອນ ກໍາມະການພັກແຂວງ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີ ຊ່ຽວຊານ-ທີ່ປຶກສາ ທາງດ້ານການຈັດສັນ, ວາງແຜນຄຸ້ມຄອງ, ນຳໃຊ້ດິນ ຂອງໂຄງການ GIZ ແລະ ວິຊາການ ຜູ້ທີ່ມີຄວາມຊຳນານໃນການໃຊ້ເຄື່ອງມື ການສ້າງແຜນຈັດສັນ ແລະ ນຳໃຊ້ທີ່ດີນ ຈາກ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ), ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງການໂຄສະນາອົບຮົມເມືອງ, ສະຫະພັນແມ່ຍິງແຂວງ ແລະ ເມືອງ , ແນວລາວສ້າງຊາດເມືອງ ເຂົ້າຮ່ວມທັງໝົດ 15 ທ່ານ, ຍິງ 3 ທ່ານ.
ຈຸດປະສົງຂອງກອງປະຊຸມເພື່ອເປັນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ຜູ້ທີຈະລົງຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ພາກສະໝາມ ໃຫ້ຮູ້ຈັກຂັ້ນຕອນ, ວິທີການ, ບາດກ້າວ, ທັກສະ ແລະ ເຕັກນິກ ໃນການສ້າງແຜນຈັດສັນ, ວາງແຜນຄຸ້ມຄອງ, ນຳໃຊ້ດິນ ແລະ ວຽກປະຊາສຳພັນ ຢູ່ ເຂດສູນອານຸລັກຊ້າງລາວ ໃນເນື້ອທີ່ 379 ຮຕ ຢູ່ ໜ້າອ່າງນໍ້າຕຽນ, ການຝຶກອົບຮົມ ແລະ ການຈັດຕັ້ງປະຕິບັດໃນພາກສະໝາມໃນຄັ້ງນິ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການ GIZ ຊຸດຝຶກອົບຮົມຄັ້ງນີ້ໄດ້ປິດລົງ ໃນຄັ້ງວັນທີ່ 16 ທັນວາ 2022 ແລະ ສຳເລັດຢ່າງຈົບງາມ.