ໃນຕອນເຊົ້າຂອງວັນທີ່ 13 ກຸມພາ 2023 ຜ່ານມານີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ຈັດ ກອງປະຊຸມເຜິຍແຜ່ເຊື່ອມຊຶມກົດໜາຍ ວ່າດ້ວຍທີ່ດີນ ສະບັບປັບປຸງ ເລກທີ່ 70/ສພຊ, ລົງວັນທີ່ 21 ມິຖຸນາ 2019, ຢູ່ທີ່ ຫ້ອງປະຊຸມ ຂອງ ຫ້ອງການປົກຄອງເມືອງໄຊຍະບູລີ ໂດຍການເປັນປະທານຂອງ ທ່ານ ບຸນລັບ ແສງອາພອນ ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ບຸນລັດ ວໍລະຈິດ ຮອງຫົວໜ້າຫ້ອງການ ກຊສ, ມິ ຫົວໜ້າພະແນກ, ຮອງຫົວໜ້າພະແນກອ້ອມຂ້າງແຂວງ, ຄະນະທິມງານຈາກ ກຊສ, ມິບັນດາທ່ານ ຫົວໜ້າ, ຮອງຫົວໜ້າຫ້ອງການ ຊສ ພ້ອມດ້ວຍພະນັກງານພາຍໃນພະແນກ ເຂົ້າຮ່ວມທັງໝົດ 77 ທ່ານ, ຍິງ 18 ທ່ານ.