ໃນຕອນເຊົ້າຂອງວັນທີ່ 06 ມີນາ 2023, ເວລາ 08:00 ໂມງ, ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ-ລັດຖະກອນ ປະຈຳປິ 2022 ຂື້ນຢູ່ທີ່ ຫ້ອງປະຊຸມຂອງພະແນກ ຊສ, ໂດຍການເປັນປະທານຂອງ ທ່ານ ບຸນລັບ ແສງອາພອນ ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເປັນກຽດເຂົ້າຮ່ວມກອງປະຊຸມຂອງ ທ່ານ ສົມຈິດ ຈັນທະວົງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໄຊຍະບູລີ ມີ ຄະນະນຳພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ, ຄະນະທິມງານຂອງແຂວງ ພ້ອມດ້ວຍພະນັກງານພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ, ໃນກອງປະຊຸມ ທ່ານ ບຸນລັບ ແສງອາພອນ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຜ່ານບົດລາຍງານຜົນການຈັດຕັ້ງປະຕິບັດວຽກງານພະນັກງານ-ລັດຖະກອນ ປະຈຳປິ 2022
ເຊິ່ງໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານຂອງລັດຖະກອນ ປະຈຳປີ 2022 ແມ່ນໄດຈັດຕັ້ງປະຕິບັດມາແຕ່ ວັນທີ່ 15 ພະຈິກ 2022 ບົນພື້ນຖານການຈັດຕັ້ງປະຕິບັດຕາມບາດກ້າວ ແລະ ຂັ້ນຕອນຂອງການປະເມີນ 4 ບາດກ້າວຢ່າງຄົບຖ້ວນ, ພຊສ ມີພະນັກງານລັດຖະກອນທັງໜົດ 62 ທ່ານ, ຍິງ 19 ທ່ານ ປະກອບມີ 05 ຂະແໜງການຈາກຜົນການປະເມີນດັ່ງກ່າວສາມາດເລືອກເຟັ້ນ ແລະ ຈັດແບ່ງພະນັກງານທີ່ຖຶກປະເມີນ ຢູ່ ໃນລະດັບດີຫຼາຍຈຳນວນ 30 ທ່ານ, ຍິງ 09 ທ່ານ ທຽບໃສ່ປີເຜິ້ມຂືນ 1,8 %, ລະດັບດີ 30 ທ່ານ, ຍິງ 10 ທ່ານ,ທຽບໃສ່ປີ 2021 ລຸດລົງ 4,9%, ບໍ່ໄດ້ເຂົ້າຮ່ວມປະເມີນ 02 ທ່ານ (ລາພັກປີ່ນປົວຍາວນານ 1 ທ່ານ, ຍົກຍ້າຍບ່ອນໃໜ່ 1ທ່ານ). ຈາກນັ້ນ ທ່ານ ສົມຈິດ ຈັນທະວົງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໄຊຍະບູລີ ກໍ່ໃຫ້ກຽດໂອ້ລົມ ເຊິ່ງ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພຊສ ໃນໄລຍະ 1 ປີ ຜ່ານມາ, ເຊິງທ່ານຍັງໄດ້ເນັ້ນໃຫ້ຄະນະພັກຈົ່ງເອົາໃຈໃສ່ຊີ້ນຳ-ນຳພາໃນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆໃຫ້ມີຜົນສຳເລັດເອົາໃຈໃສສຶກສາອົບຮົມດ້ານການເມືອງແນວຄິດຂອງພະນັກງານລັດຖະກອນໃຫ້ມີແນວຄິດໜັກແໜ້ນທາງດ້ານການຈັດຕັ້ງ ພ້ອມທັງເພິ່ມກ້າວຄວາມຮັບຜິດຊອບໃນການນຳພາ ,ຊີ້ນຳການຄົ້ນຄົ້ວ, ກຳແໜນແນວທາງຂອງພັກ ແລະ ລັດ … ທັງປະຕິບັດໃຫ້ເກິດຜົນເປັນຈິງ ພ້ອມດຽວກັນນັ້ນ ທ່ານ ສົມຈິດ ຈັນທະວົງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໄຊຍະບູລີ, ກໍ່ໄດ້ໃຫ້ກຽດປະດັບຫຼຽນໄຊແຮງງານ, ຫຼຽນຕາແຮງງານ ແລະ ໃບຍ້ອງຍໍລັດຖະບານ ໃຫ້ພະນັກງານລັດຖະກອນ ຜູ້ທີ່ມີຜົນງານປະກອບສ່ວນເຂົ້າໃນວຽກງານກກໍ່ສ້າງຮາກຖານການເມືອງພັດຖະນາຊົນນະບົດຮອບດ້ານ, ແກ້ໄຂຄວາມຫຍຸ້ງຍາກ ຕິດພັນກັບວຽກ 3 ສ້າງ ແລະຂະບວນການແຂ່ງຂັນຮັກຊາດ-ພັດທະນາ ຈຳນວນ ຫຼຽນໄຊແຮງງານ ຊັ້ນ I 1 ທ່ານ, ຊັ້ນ II 2 ທ່ານ, ຊັ້ນ III 02 ທ່ານ, ຫຼຽນຕາແຮງງານ 9 ທ່ານ ຍິງ 03 ທ່ານ , ໃບຍ້ອງຍໍລັດຖະບານ 37 ທ່ານ ຍີງ 13 ທ່ານ.