ໃນຕອນເຊົ້າຂອງວັນທີ 16 ມີນາ 2023 ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງໄຊຍະບູລີ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັັດວຽກງານຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທົ່ວແຂວງໄຊຍະບູລີ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ໂດຍການເປັນປະທານຂອງ ທ່ານ ບຸນລັບ ແສງອາພອນ ກໍາມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງ ທ່ານ ສົມຈິດ ຈັນທະວົງ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງໄຊຍະບູີ, ມີ ຄະນະພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງ ພຊສ, ພະແນກການອ້ອມຂ້າງແຂວງ, ມີທ່ານຮອງເຈົ້າເມືອງ 11 ເມືອງ, ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງ 11 ເມືອງ, ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ
ໃນພິທີ ທ່ານ ບຸນລັບ ແສງອາພອນ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ເຊີ່ງທ່ານໄດ້ຍົກໃຫ້ເຫັນຜົນງານດ້ານດີ ແລະ ດ້ານອ່ອນຂໍ້ຄົງຄ້າງ ຕະຫຼອດໄລຍະຜ່ານມາ ຄະນະພະແນກ ຊສ ແມ່ນໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ ເປັນຫຼັກ ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເຮັດໃຫ້ ພະນັກງານມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ເຊື່ອນັ້ນຕໍ່ການນໍາພາຂອງພັກ ປະຕິບັດໜ້າທີ່ມີຜົນສໍາເລັດໄດ້ເປັນຢ່າງດີ ສະແດງອອກໃນໄລຍະ 1 ປີ ຜ່ານມາ ໄດ້ເກັບລາຍຮັບຄ່າທໍານຽມ 263.845.000 ກີບ ເທົ່າກັບ 34,79 %, ຄ່າບໍລິການ 1.524.633.300 ກີບ ເທົ່າກັບ 123,95 % ,ອາກອນລາຍໄດ້ 345.318.000 ເທົ່າກັບ 124.93 % ສັງລວມ ຂໍ້ມູນຕົວເລກສໍາມະໂນທີ່ດິນ ຈໍານວນ 430 ບ້ານ ມາຮອດປະຈຸບັນ ມີທັງໝົດ 309.273 ຕອນ, ເນື້ອທີ່ 219.389 ເຮັກຕາ, ໃນນັ້ນ: ດິນກະສິກໍາ 220.669 ຕອນ, ເນື້ອທີ່ 213.572 ເຮັກຕາ, ດິນປຸກສ້າງ 88.604 ຕອນ, ເນື້ອທີ່ 58.170.413 ຕາແມັດ,ສັງລວມເກັບກໍາຂໍ້ມູນສໍາມະໂນທີ່ດິນປີ 2022 ກັບສໍາມະໂນ 2021 ເຫັນວ່າ ຕົວເລກສໍາມະໂນທີ່ດິນປີ 2022 ເພີ້ມຂຶ້ນຄື: ຈໍານວນຕອນ 3.911 ຕອນ, ເນື້ອທີ່ດິນ ເພີ້ມຂື້ນ 2.910 ເຮັກຕາ, ໃນນັ້ນ: ດິນກະສິກໍາຂຶ້ນເພີ້ມຂື້ນ 2.695 ຕອນ, ເນື້ອທີ່ດິນ ເພີ້ມຂຶ້ນ 2.778 ເຮັກຕາ, ດິນປຸກສ້າງເພີ້ມຂຶ້ນ 1.216 ຕອນ, ເນື້ອທີ່ເພີ້ມຂື້ນ 1.325.907 ຕາແມັດ,ຂື້ນທະບຽນອອກໃບຕາດິນພ້ອມທັງບັນທືກຂໍ້ມູນເຂົ້າໃນຖານຂໍ້ມູນລະບົບທີ່ທັນສະໄໝໃນປີ 2022 ປະຕິບັດໄດ້ 8.661 ຕອນ, ທຽບໃສ່ແຜນການ ປີ ( 8.000 ຕອນ ) ປະຕິບັດໄດ້ 108% ສັງລວມແລ້ວວຽກງານຂຶ້ນທະບຽນອອກໃບຕາດິນ, ມາຮອດປະຈຸບັນໃນທົ່ວແຂວງພວກເຮົາສາມາດ ຂຶ້ນທະບຽນອອກໃບຕາດິນໄດ້ແລ້ວ ມີທັງໝົດ 132,407 ຕອນ, ເນື້ອທີ່ 38,655.77 ເຮັກຕາ, ທຽບໃສ່ຕົວເລກສໍາມະໂນ ຈໍານວນ 309.273 ຕອນ, ເທົ່າກັບ 42.81%, ໃນນີ້:ດິນກະສິກໍາ 53,756 ຕອນ, ເທົ່າກັບ 24.36%, ປຸກສ້າງ 78,651 ຕອນ ເທົ່າກັບ 88.77% ຕອນດິນກະສິກຳສ່ວນໃຫຍ່ແມ່ນນອນຢູ່ໃນ 3 ປະເພດປ່າ,ຢັ້ງຢື້ນດ້ານສິ່ງແວດລ້ອມ ຂອງບັນດາໂຄງການ, ກິດຈະການ ແລະ ທຸລະກິດຕ່າງໆ 11 ເມືອງ ທົ່ວແຂວງ ມີ 639 ຫົວໜ່ວຍ ໃນນີ້ ສະເໜີອອກໃບ ຢັ້ງຢືນໃໝ່ 180 ຫົວໜ່ວຍ ແລະ ສະເໜີຕໍ່ໃບຢັ້ງຢື້ນ 459 ຫົວໜ່ວຍ, ໃນນີ້ IEE 52 ຫົວໜ່ວຍ/ ອອກໃໝ່ 26 ຫົວໜ່ວຍ, ຕໍ່ 26 ຫົວໜ່ວຍ; EMP 587ຫົວໜ່ວຍ/ ອອກໃໝ່ 154 ຫົວໜ່ວຍ ຕໍ່ 433 ຫົວໜ່ວຍ) ທຽບໃສ່ແຜນປີ ປະຕິບັດ 152,14 % ( ລື່ນແຜນ 219 ຫົວໜ່ວຍ); ກອງປະຊຸມໄດ້ມີການແລກປ່ຽນບົດຮຽນ ລະຫວ່າງ ພຊສ ແລະ ຫຊສ ແລະ ພະແນກການອ້ອມຂ້າງ ເພື່ອເຮັດໃຫ້ວຽກງານໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ ຄື: ການປະຕິບັດຂະບວນການສ້າງບ້ານຂຽວ ສະອາດ ງາມຕາ ,ການຄຸ້ມຄອງສີ່ງແວດລ້ອມ ລານຕາກມັນຕົ້ນ,ສາລີ,ໝາກເດືອຍ,ການສໍາຫຼວດເກັບກຳຂໍ້ມູນທີ່ດິນໃນ 3 ປະເພດປ່າ ສິດນໍາໃຊ້ທີ່ດິນຕາມປະເພນີ,ວຽກງານຈັສັນ ແລະ ຂື້ນທະບຽນອອກໃບຕາດິນແບບເປັນລະບົບ,ການຄຸ້ມຄອງນໍ້າໃຕ້ດິນ-ນໍ້າໜ້າດິນ,ການຄຸ້ມຄອງນໍ້າເປືອນ ແລະ ວຽກງານຂອດການປະສານສົມທົບ. ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ສົມຈິດ ຈັນທະວົງ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງ ເພີ່ນໄດ້ເນັ້ນໜັກ ແລະ ເພີ່ມທະວີຄວາມເອົາໃຈໃສ່ໃນວຽງານການຈັດຕັ້ງ-ພະນັກງານ ຄະນະພັກ - ຄະນະພະແນກ ຕ້ອງສືບຕໍ່ສຶກສາອົບຮົບການເມືອງ - ແນວຄິດໃຫ້ສະມາຊິກພັກ-ພະນັກງານ ເປັນປົກກະຕິ ເພື່ອ ຮັບປະກັນ ຄວາມສາມະຄີ ແລະ ເພີ່ມຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ ທີ່ຖືກມອບໝາຍ, ນອກຈາກນີ້ ຕ້ອງໄດ້ມີແຜນການ ເພື່ອ ກໍ່ສ້າງ ພະນັກງານນໍາພາ - ສືບທອດປ່ຽນແທນ ເປັນແຕ່ລະໄລຍະ ເພື່ອສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ, ປັບປຸງຊັບຊ້ອນພະນັກງານເຂົ້າຕາມກົງຈັກ ແລະ ພາລະບົດບາດໃໝ່ນັບແຕ່ຂັ້ນແຂວງ ລົງຮອດຂັ້ນເມືອງໃຫ້ສໍາເລັດ,ເອົາໃຈໃສ່ ຊີ້ນໍາ - ນໍາພາ ຂະແໜງການ ແລະ ຫ້ອງການຊັບພະຍາກອນ ແລະ ສິ່ງແວດລ້ອມເມືອງ ໃຫ້ໄດ້ເຄື່ອນໄຫວຕາມພາລະບົດບາດສິດ ແລະ ໜ້າທີ່ ຂອງຕົນເປັນຕົ້ນ,ສຸມໃສ່ຈັດສັນທີ່ດິນໃຫ້ສໍາເລັດໃນຂອບເຂດທົ່ວແຂວງ, ນໍາພາອອກໃບຕາດິນໃຫ້ໄດ້ຕາມຕົວເລກຄາດໝາຍໃນແຕ່ລະປີ, ສືບຕໍ່ປະສານສົມທົບ ແກ້ໄຂຂໍ້ຂັດແຍ່ງທີ່ດິນ ແລະ ພ້ອມທັງແກ້ໄຂບັນຫາຫາງສຽງໃຫ້ໝົດໄປເທືອລະກ້າວ, ກວດກາຄືນຂໍ້ມູນການເຊົ່າ - ສໍາປະທານທີ່ດິນ, ຂໍ້ມູນສໍາມະໂນຕອນດິນ ໃນຂອບເຂດທົ່ວແຂວງ ໃຫ້ມີຄວາມຖືກຕ້ອງ ແລະ ຊັດເຈນ,ຄຸ້ມຄອງການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ, ບັນຫາຄຸນນະພາບນໍ້າເປັນສິ່ງສໍາຄັນ, ການຄຸ້ມຄອງອ່າງຮັບນໍ້າ ໃຫ້ເຂົ້າສູ່ລະບົບ ສອດຄ່ອງລະບຽບກົດໝາຍ ຕິດຕາມພະຍາກອນອາກາດ, ພ້ອມທັງແຈ້ງເຕືອນໃຫ້ທຸກຊັ້ນຄົນໄດ້ຮັບຮູ້ ແລະ ເຂົ້າໃຈເພື່ອຮັບມືກັບໄພທໍາມະຊາດທີ່ອາດຈະເກີດຂື້ນ,ຄຸ້ມຄອງດ້ານສິ່ງແວດລ້ອມໂດຍການປູກຈິດສໍານຶກໃຫ້ທຸກຊັ້ນຄົນໄດ້ຮັບຮູ້ ເຂົ້າໃຈ ແລະ ມີສ່ວນຮ່ວມ ໃນການປົກປັກຮັກສາສິ່ງແວດລ້ອມ ກອງປະຊຸມໄດ້ດໍາເນີນ 1 ວັນ ແລະ ປິດລົງໃນວັນດຽວກັນ.