ໃນຕອນເຊົ້າຂອງວັນທີ 05 ມີນາ 2024 ທີ່ຫ້ອງປະຊຸມ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັັດວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ໂດຍການເປັນປະທານຂອງ ທ່ານ ບຸນລັບ ແສງອາພອນ ກໍາມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງ ທ່ານ ສົມຈິດ ຈັນທະວົງ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງໄຊຍະບູີ, ມີ ຄະນະພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງ ພຊສ, ພະແນກການອ້ອມຂ້າງແຂວງ, ມີທ່ານຮອງເຈົ້າເມືອງ 11 ເມືອງ, ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງ 11 ເມືອງ, ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

   ໃນພິທີ ທ່ານ ບຸນລັບ ແສງອາພອນ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຜ່ານ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ເຊີ່ງທ່ານໄດ້ຍົກໃຫ້ເຫັນຜົນງານດ້ານດີ ແລະ ດ້ານອ່ອນ ຂໍ້ຄົງຄ້າງຕະຫຼອດໄລຍະຜ່ານມາ ຄະນະພະແນກ ຊສ ແມ່ນໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ ເປັນຫຼັກ ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເຮັດໃຫ້ ພະນັກງານມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ປະຕິບັດໜ້າທີ່ມີຜົນສໍາເລັດໄດ້ເປັນຢ່າງດີ ສະແດງອອກໃນໄລຍະ 1 ປີ ຜ່ານມາ ໄດ້ເກັບລາຍຮັບຄ່າທໍານຽມ 161.877.500 ກີບ ເທົ່າກັບ 36,74 %, ຄ່າບໍລິການ 1.385.448.500 ກີບ ເທົ່າກັບ 102,48 % ,ອາກອນລາຍໄດ້ 293.533.000 ກີບ ເທົ່າກັບ 105,29 %, ສັງລວມ ຂໍ້ມູນຕົວເລກສໍາມະໂນທີ່ດິນ ຈໍານວນ 430 ບ້ານ ມາຮອດປະຈຸບັນ ມີທັງໝົດ 311.524ຕອນ, ເນື້ອທີ່ 221.455 ເຮັກຕາ, ໃນນັ້ນ: ດິນກະສິກໍາ 221.700 ຕອນ, ເນື້ອທີ່ 215.554 ເຮັກຕາ, ດິນປຸກສ້າງ 89.824 ຕອນ, ເນື້ອທີ່ 5.901 ເຮັກຕາ;ເພີ່ມຂື້ນຈາກ ປີ 2022 ຈໍານວນ 2.251 ຕອນ, ເນື້ອທີເພີ່ມຂື້ນ 2.066 ເຮັກຕາ; ຂຶ້ນທະບຽນອອກໃບຕາດິນ ປີ 2023 ຕາມແຜນທີ່ກະຊວງມອບໃຫ້ ຈຳນວນ 25.344 ຕອນ, ປະຕິບັດໄດ້ 13.274 ຕອນ, ເທົ່າກັບ 52,37 %, ນອກຈາກນັ້ນ ແຂວງ ໄຊຍະບູລີ ຍັງໄດ້ມີການຮ່ວມມືກັບອົງການຈັດຕັ້ງສາກົນ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການ ດ້ວຍທືນກູ້ຢືມຂອງທະນາຄານໂລກ WB, ທືນຊ່ວຍເຫຼືອລ້າ ຈາກປະເທດສະວິດເຊີແລນ SDC, ໄດ້ສໍາຫຼວດວັດແທກຂື້ນທະບຽນອອກໃບຕາດິນແບບເປັນລະບົບ ໄດ້ 6.203 ຕອນ ໃນນີ້: ເມືອງ ປາກລາຍ 4.672 ຕອນ, ເມືອງ ພຽງ 1.531 ຕອນ; ນອກນັ້ນຍັງໄດ້ຮັບການສະໜັບສະໜູນຈາກແຜນງານຄຸ້ມຄອງທີ່່ດິນລາວ-ເຢຍລະມັນໂຄງການ GIZ ຂອງລັດຖະບານເຢຍລະມັນ ທາງດ້ານງົບປະມານ, ອຸປະກອນ ແລະ ເຕັກນິກວິຊາການ ໃນການສືບຕໍ່ຈັດຕັັ້ງປະຕິບັດວຽກງານ 3 ປະເພດປ່າ ຢູ່ 2 ເມືອງ ຄື: 1) ເມືອງ ປາກລາຍ ມີ 1 ບ້ານ ວັດແທກໄດ້ທັງໝົດ 270 ຕອນ, ເນື້ອທີ 481,08 ເຮັກຕາ, ເມືອງ ພຽງ ມີ 1 ບ້ານ ວັດແທກໄດ້ທັງໝົດ 560 ຕອນ, ເນື້ອທີ 288,53 ເຮັກຕາ, ລວມທັງໝົດໄດ້ 920 ຕອນ, ເນື້ອທີ 767,34 ເຮັກຕາ, ຕອນດິນທັງໝົດດັ່ງກ່າວ ເປັນການສໍາຫຼວດເກັບກໍາຂໍ້ມູນ ປະກອບເອກະສານ ເພື່ອເປັນຂໍ້ມູນທາງດ້ານສໍາມະໂນທີ່ດິນ ໃນການຈັດເກັບລາຍຮັບຈາກ ທີ່ດິນ (ພາສີທີ່ດີນ) ມີຄວາມຊັດເຈນໃນແຕ່ລະປີແຕ່ບໍ່ໄດ້ຂື້ນທະບຽນອອກໃບຕາດິນໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນ; ສໍາລັບວຽກຈັດສັນທີ່ດິນຂັ້ນເມືອງໄດ້ຮັບການສະໜັບສະໜູນຈາກແຜນງານຄຸ້ມຄອງທີ່່ດິນລາວ-ເຢຍລະມັນໂຄງການ GIZ ຂອງລັດຖະບານເຢຍລະມັນ 2 ເມືອງ ຄື: ເມືອງພຽງ ແລະ ເມືອງບໍ່ແຕນ, ຈັດສັນທີ່ດິນຂັ້ນບ້ານ 4 ບ້ານ ແລະ ຕິດຕາມກວດກາປະເມີນຜົນບ້ານທີ່ສໍາເລັດການຈັດສັນທີ່ດິນ 8 ປະເພດຂັ້ນບ້ານໄດ້ 6 ບ້ານ; ຄຸ້ມຄອງເນື້ອທີ່ການໃຫ້ສໍາປະທານທີ່ດິນຂອງລັດ ປີ 2023 ທັງໝົດຈໍານວນ 19 ໂຄງການ, ເນື້ອທີ່ 335,25 ເຮັກຕາ, ໃນນັ້ນ ສໍາປະທານ 16 ໂຄງການ, ເນື້ອທີ່ ເນື້ອທີ່ 335,25 ເຮັກຕາ, ກິດຈະການຄວມຄຸມ 3 ໂຄງການ, ໂຄງການພາຍໃນ 11 ໂຄງການ, ໂຄງການຕ່າງປະເທດ 4 ໂຄງການ, ໂຄງການແຮ່ທົດລອງ 4 ໂຄງການ; ຢັ້ງຢື້ນດ້ານສິ່ງແວດລ້ອມ ຂອງບັນດາໂຄງການ, ກິດຈະການ ແລະ ທຸລະກິດຕ່າງໆ 11 ເມືອງ ທົ່ວແຂວງ ໄດ້ທັງໝົດ 836 ຫົວໜ່ວຍອອກໃໜ່ 290 ຫົວໜ່ວຍ, ຕໍ່ 546 ຫົວໜ່ວຍ, ທຽບໃສ່ແຜນປີ 2023 ປະຕິບັດ 199 %; ໃນນັ້ນ IEE ໄດ້: 49 ຫົວໜ່ວຍ, ຕໍ່ 16 ຫົວໜ່ວຍ, ອອກໃໝ່ 33 ຫົວໜ່ວຍ ແລະ EMP 787 ຫົວໜ່ວຍ, ອອກໃໝ່ 275 ຫົວໜ່ວຍ, ຕໍ່ 530 ຫົວໜ່ວຍ;ຈັດຕັ້ງປະຕິບັດວຽກງານ ສ້າງບ້ານ, ໂຮງຮຽນຕົ້ນແບບຂຽວ, ສະອາດ, ງາມຕາ ທົ່ວແຂວງ (ແຜນການປີ 40 ບ້ານ) ໄດ້ທັງໝົດ 18 ບ້ານ, ເທົ່າກັບ 45% ແລະ ໄດ້ຮັບຮອງອອກໃບຢັ້ງຢືນໃຫ້ສຳນັກງານອົງການ ໄດ້ທັງໝົດ 29 ຫ້ອງການ ແລະ 12 ໂຮງຮຽນ; ກອງປະຊຸມໄດ້ມີການແລກປ່ຽນບົດຮຽນ ລະຫວ່າງ ພຊສ ແລະ ຫຊສ ແລະ ພະແນກການອ້ອມຂ້າງ ເພື່ອເຮັດໃຫ້ວຽກງານໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ ຄື: ການປະຕິບັດຂະບວນການສ້າງບ້ານຂຽວ ສະອາດ ງາມຕາ ,ການຄຸ້ມຄອງສີ່ງແວດລ້ອມ ລານຕາກມັນຕົ້ນ,ສາລີ,ໝາກເດືອຍ,ການສໍາຫຼວດເກັບກຳຂໍ້ມູນທີ່ດິນໃນ 3 ປະເພດປ່າ ສິດນໍາໃຊ້ທີ່ດິນຕາມປະເພນີ,ວຽກງານຈັສັນ ແລະ ຂື້ນທະບຽນອອກໃບຕາດິນແບບເປັນລະບົບ,ການຄຸ້ມຄອງນໍ້າໃຕ້ດິນ-ນໍ້າໜ້າດິນ,ການຄຸ້ມຄອງນໍ້າເປືອນ ແລະ ວຽກງານຂອດການປະສານສົມທົບ. ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ສົມຈິດ ຈັນທະວົງ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງ ເພີ່ນໄດ້ເນັ້ນໜັກ ແລະ ເພີ່ມທະວີຄວາມເອົາໃຈໃສ່ໃນວຽງານການຈັດຕັ້ງ-ພະນັກງານ ຄະນະພັກ - ຄະນະພະແນກ ຕ້ອງສືບຕໍ່ສຶກສາອົບຮົບການເມືອງ - ແນວຄິດໃຫ້ສະມາຊິກພັກ-ພະນັກງານ ເປັນປົກກະຕິ ເພື່ອ ຮັບປະກັນ ຄວາມສາມະຄີ ແລະ ເພີ່ມຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ ທີ່ຖືກມອບໝາຍ, ນອກຈາກນີ້ ຕ້ອງໄດ້ມີແຜນການ ເພື່ອ ກໍ່ສ້າງ ພະນັກງານນໍາພາ - ສືບທອດປ່ຽນແທນ ເປັນແຕ່ລະໄລຍະ ເພື່ອສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ, ປັບປຸງຊັບຊ້ອນພະນັກງານເຂົ້າຕາມກົງຈັກ ແລະ ພາລະບົດບາດໃໝ່ນັບແຕ່ຂັ້ນແຂວງ ລົງຮອດຂັ້ນເມືອງໃຫ້ສໍາເລັດ,ເອົາໃຈໃສ່ ຊີ້ນໍາ - ນໍາພາ ຂະແໜງການ ແລະ ຫ້ອງການຊັບພະຍາກອນ ແລະ ສິ່ງແວດລ້ອມເມືອງ ໃຫ້ໄດ້ເຄື່ອນໄຫວຕາມພາລະບົດບາດສິດ ແລະ ໜ້າທີ່ ຂອງຕົນເປັນຕົ້ນ,ສຸມໃສ່ຈັດສັນທີ່ດິນໃຫ້ສໍາເລັດໃນຂອບເຂດທົ່ວແຂວງ, ນໍາພາອອກໃບຕາດິນໃຫ້ໄດ້ຕາມຕົວເລກຄາດໝາຍໃນແຕ່ລະປີ, ສືບຕໍ່ປະສານສົມທົບ ແກ້ໄຂຂໍ້ຂັດແຍ່ງທີ່ດິນ ແລະ ພ້ອມທັງແກ້ໄຂບັນຫາຫາງສຽງໃຫ້ໝົດໄປເທືອລະກ້າວ, ກວດກາຄືນຂໍ້ມູນການເຊົ່າ - ສໍາປະທານທີ່ດິນ, ຂໍ້ມູນສໍາມະໂນຕອນດິນໃນຂອບເຂດທົ່ວແຂວງ ໃຫ້ມີຄວາມຖືກຕ້ອງ ແລະ ຊັດເຈນ,ຄຸ້ມຄອງການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ, ບັນຫາຄຸນນະພາບນໍ້າເປັນສິ່ງສໍາຄັນ, ການຄຸ້ມຄອງອ່າງຮັບນໍ້າ ໃຫ້ເຂົ້າສູ່ລະບົບ ສອດຄ່ອງລະບຽບກົດໝາຍ ຕິດຕາມພະຍາກອນອາກາດ, ພ້ອມທັງແຈ້ງເຕືອນໃຫ້ທຸກຊັ້ນຄົນໄດ້ຮັບຮູ້ ແລະ ເຂົ້າໃຈເພື່ອຮັບມືກັບໄພທໍາມະຊາດທີ່ອາດຈະເກີດຂື້ນ, ຄຸ້ມຄອງດ້ານສິ່ງແວດລ້ອມໂດຍການປູກຈິດສໍານຶກໃຫ້ທຸກຊັ້ນຄົນໄດ້ຮັບຮູ້ເຂົ້າໃຈ ແລະ ມີສ່ວນຮ່ວມ ໃນການປົກປັກຮັກສາສິ່ງແວດລ້ອມ ກອງປະຊຸມໄດ້ດໍາເນີນ 1 ວັນ ແລະ ປິດລົງໃນວັນດຽວກັນ.