ໃນຕອນເຊົ້າ ຂອງ 25 ມິນາ 2024, ເວລາ 08:00ໂມງ, ຄະນະທິມງານກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ໄດ້ ລົງເຄື່ອນໄຫວ ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານສັນຍາຈ້າງໂຄງການ ສ້າງຄວາມເຂັມແຂງວຽກງານຂຶ້ນທະບຽນອອກໃບຕາດິນ ຢ່າງເປັນລະບົບຢູ່ແຂວງໄຊຍະບູລີ ທີ່ ຫ້ອງປະຊຸມ ພຊສ ໂດຍການເປັນປະທານຂອງ ທ່ານ ທ່ານ ວິພັນໄຊ ຈັນສະມຸດ ຮອງຫົວໜ້າກົມຈັດຕັ້ງ - ພະນັກງານ ແລະ ທ່ານ ປອ ແວວເພັດ ສີບຸນມາ ຮອງຫົວໜ້າ ພຊສ ແຂວງ ພ້ອມດ້ວຍຄະນະທິມງານ ກຊສ, ມີ ຕາງໜ້າຄະນະຈັດຕັ້ງແຂວງ, ພະແນກການພາຍໃນແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ຊສ, ຫົວໜ້າ, ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍພະນັກງານລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ,

    ກອງປະຊຸມ ໄດ້ລາຍງານ ຜົນສໍາເລັດ ແລະ ຂໍ້ຫຍຸ້ງຍາກຂອງວຽກງານດັ່ງນີ້: ການມອບວຽກງານທີ່ດິນ ໃຫ້ເມືອງຮັບຜິດຊອບນັ້ນ ໃຫ້ ພຊສ ແຂວງຄົ້ນຄວ້າສະຫຼຸບວຽກງນດັ່ງກ່າວ ຕາມຄວາມພ້ອມຂອງເມືອງ ແລະ ກະກຽມວຽກງານນັ້ນມອບໃຫ້ບັນດາເມືອງໂດຍອີງຕາມເງື່ອນໄຂ. ; ການສ້າງຕັ້ງໜ່ວຍງານຈາກ 02 ມາເປັນ 03 ໜ່ວຍງານ ໃຫ້ປະຕິບັດຕາມແຈ້ງການ ຂອງ ກຊສ ສະບັບເລກທີ 3747/ກຊສ, ລົງວັນທີ 15 ທັນວາ 2023 ;ໃຫ້ຜູ້ຮັບຜິດຊອບວຽກງານຊັບພະຍາກອນມະນຸດໂຄງການຮີບຮ້ອນປະເມີນພະນັກງານສັນຍາຈ້າງໂຄງການ ເມືອງປາກລາຍ ທີ່ສັນຍາໃກ້ຈະໝົດໃນວັນທີ 30 ເມສາ 2024 ເພື່ອໃຫ້ການເບີກຈ່າຍເງິນເດືອນຂອງພະນັກງານສັນຍາຈ້າງໄດ້ຮັບເງິນເດືອນຢ່າງຕໍ່ເນື່ອງໃນທຸກໆເດືອນ ;ໃຫ້ຜູ້ຮັບຜິດຊອບວຽກງານການເງິນໂຄງການຈັດຊື້ປະກັນໄພ ແລະ ປະກັນຊີວິດ ໃຫ້ແກ່ພະນັກງານສັນຍາຈ້າງໂຄງການ ຕາມແຈ້ງການສະບັບເລກທີ 3906/ກຊສ.ກທດ, ລົງວັນທີ 25 ຕຸລາ 2023 ; ໃຫ້ສັງລວມສະຖິຕິບັນຊີລາຍຊື່ພະນັກງານ-ລັດຖະກອນ ຂອງຂະແໜງທີ່ດິນຂອງທຸກເມືອງທີ່ຂຶ້ນກັບແຂວງຄືນໃໝ່ເພື່ອສັງລວມລາຍງານຕົວເລກທີ່ແນ່ນອນ ຕາມແຈ້ງການສະບັບເລກທີ 1831/ກຊສ.ກທດ, ລົງວັນທີ 13 ມີນາ 2024 (ກຳນົດສົ່ງບໍ່ໃຫ້ກາຍເດືອນມິຖຸນາ 2024) ; ສັງລວມລາຍຊື່ພະນັກງານສັນຍາຈ້າງໂຄງການທີ່ ເຂົ້າ-ອອກ ໃນປີ 2023-2024 ເພື່ອເປັນຂໍ້ມູນລາຍງານໃຫ້ແກ່ຄະນະກວດສອບຂອງໂຄງການ ; ການນຳສົ່ງບົດລາຍງານການຈັດຕັ້ງປະຕິບັດໂຄງການແມ່ນໃຫ້ລາຍງານເປັນປະຈຳ 01 ເດືອນ, 03 ເດືອນ , 06 ເດືອນ ແລະ 01 ປີ ເພື່ອໃຫ້ລາຍງານໃຫ້ສູນກາງຕິດຕາມ ; ໃຫ້ຜູ້ຮັບຜິດຊອບວຽກງານຊັບພະຍາກອນມະນຸດໂຄງການ ນຳສົ່ງບົດລາຍງານ ແລະ ຕາຕະລາງການເບີກຈ່າຍເງິນເດືອນຂອງພະນັກງານສັນຍາຈ້າງໂຄງການ ເປັນປະຈໍາທຸກໆເດືອນ (ຫຼັງວັນທີ 25 ຂອງທຸກໆເດືອນເພື່ອໃຫ້ສູນກາງຕິດຕາມ) ໃນກອງປະຊຸມໄດ້ ປະກອບຄໍາຄິດຄໍາເຫັນ ແລະ ຮັບຟັງການສະເໜີດັ່ງນີ້ : ສະເໜີກົມທີ່ດິນ ກຊສ ໂດຍສະເພາະຄະນະຮັບຜິດຊອບໂຄງການເພື່ອເພີ່ມອັດຕາເບ້ຍລ້ຽງຕອນດິນໃຫ້ແກ່ພະນັກງານໂຄງການ ; ສະເໜີປະກອບພາຫະນະລົດໃຫຍ່ໃຫ້ໜ່ວຍງານ ເມືອງພຽງ ເພື່ອສະດວກໃນການປະຕິບັດວຽກງານ, ໃນຕອນທ້າຍກອງປະຊຸມ ຄະນະປະທານກໍ່ໄດ້ມີຄຳເຫັນຊີ້ນຳ ເພື່ອເປັນທິດໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ ກອງປະຊຸມໄດ້ດຳເນີນເປັນເວລາ 1 ວັນ ແລະ ປິດລົງດ້ວຍຜົນສຳເລັດຕາມຄາດໝາຍ.