Print

ໃນຕອນເຊົ້າ ຂອງ ວັນທີ 07 ກຸມພາ 2020, ທ່ານ ບຸນລັບ ແສງອາພອນ ກຳມະການພັກແຂວງ, ຫົວໜ້າພະແນກ ພ້ອມດ້ວຍຄະນະນຳພະແນກ ແລະ ພະນັກງານຫຼັກແຫຼ່ງວິຊາການພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຕ້ອນຮັບ ທ່ານ ປອ ໄຊນະຄອນ ອີນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມພ້ອມດ້ວຍທິມງານຈາກບັນດາຄະນະກົມອ້ອມຂ້າງກະຊວງເປັນຕົ້ນ ກົມອຸຕຸນິຍົມ ແລະ ອຸທົກກະສາດ, ສະຖາບັນຄົ້ນຄົ້ວຊັບພະຍາກອນທຳມະຊາດ ແລະ ສິີ່ງແວດລ້ອມ, ກົມແຜນການ ແລະ ການຮ່ວມມືັ, ກົມຄວບຄຸມມົນລະຜິດ ແລະ ກົມການເງິນ ລົງມາຢ້ຽມຍາມ ແລະ ຊຸກຍູ້ວຽກງານ ຢູ່ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ເຊິ່ງມີບັນດາຫົວໜ້າ,ຮອງຫົວພະແນກ, ຕາງໜ້າພະແນກການອ້ອມຂ້າງແຂວງທີ່ກ່ຽວຂ້ອງ, ຫົວໜ້າ,ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານ-ວິຊາການພາຍໃນເຂົ້າຮ່ວມທັງໝົດ 80 ຄົນ, ຍິງ 35 ຄົນ.