Print

   ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ໜ່ວຍພັກ   ຫ້ອງການບໍລິຫານແຜນການ ແລະະ ການເງິນ ຂື້ນກັບຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູລີ ປະຈໍປີ 2021 ໄດ້ຈັດຂື້ນໃນ ວັນທີ 16 ກຸມພາ 2022 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍການເປັນປະທານຂອງ ສະຫາຍ ນາງ ພອນປະດິດ ຈັນທິບ ເລຂາໜ່ວຍພັກ ຫ້ອງການບໍລິຫານແຜນການ ແລະ ການເງິນ ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີ ສະຫາຍ ບຸນລັບ ແສງອາພອນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີຄະນະໜ່ວຍພັກ, ສະມາຊິກພັກ, ທິມງານຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

 
ໃນກອງປະຊຸມ ສະຫາຍ ນາງ ພອນປະດິດ ຈັນທິບ ເລຂາໜ່ວຍພັກ ຫ້ອງການບໍລິຫານ, ແຜນການ ແລະ ການເງິນ ໄດ້ຜ່ານຜົນການກໍ່ສ້າງໜ່ວຍພັກປອກໃສ, ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ເຊິ່ງສະຫາຍໄດ້ຍົກໃຫ້ເຫັນດ້ານດີ - ດ້ານອ່ອນ ໃນການຊີ້ນໍາໆພາຂອງຄະນະໜ່ວຍພັກ ໃນໄລຍະໜຶ່ງປີຜ່ານມາ ພາຍໃນໜວຍພັກປະກອບ ມີ 3 ສະຫາຍ, ຍິງ 1 ສະຫາຍ ມີສະມາຊິກພັກພະນັກງານທັງໝົດ 18 ສະຫາຍ ໃນນັ້້ນ ມີສະມາຊິກພັກ 11 ສະຫາຍ, ຍິງ 06 ສະຫາຍ, ລັດຖະກອນທີ່ບໍ່ເປັນສະມາຊິກພັກ 2 ສະຫາຍ, ອາສາສະໝັກ 4 ສະຫາຍ, ຍິງ 2 ສະຫາຍ ຜ່ານການຕີລາຄາແບ່ງປະເພດສະມາຊິກພັກ ຕາມ 5 ດ້ານ ສະມາຊິກພັກໄດ້ປະເພດແຂງ 11 ສະຫາຍ, ຍິງ 6 ສະຫາຍ ປະເພດພະນັກງານ - ລັດຖະກອນ ປະເພດ ດີ 02 ສະຫາຍອາສາສະໝັກ ປະເພດ ດີ 04 ສະຫາຍ, ຍິງ 02 ສະຫາຍ, ປະເພດຂະແໜງການ ຫ້ອງການ ບໍລິຫານ, ແຜນການ ແລະ ການເງິນ ໄດ້ປະເພດ ແຂງ, ອົງການຈັດຕັ້ງມະຫາຊົນ ໜ່ວຍ ອົງການຈັດຕັ້ງ ຊາວໜຸ່ມ ໄດ້ປະເພດ ແຂງ, ໜ່ວຍ ອົງການຈັດຕັ້ງ ແມ່ຍິງ ໄດ້ປະເພດ ແຂງ, ກໍາມະບານ

ຮາກຖານ ໄດ້ປະເພດ ແຂງ, ຕີລາຄາການນໍາພາຂ ອງໜ່ວຍພັກ ຕາມ 5 ເນື້ອໃນ. ດ້ານການເມືອງ ໄດ້ 1,9 ຄະແນນ, ດ້ານແນວຄິດ ໄດ້ 1,4 ຄະແນນ, ດ້ານການຈັດຕັ້ງ ໄດ້ 1,4 ຄະແນນ, ດ້ານແບບແຜນ ວິທີນໍາພາ ໄດ້ 1,9 ຄະແນນ, ດ້ານການນຳພາ ປະຕິບັດໜ້າທີ່ການເມືອງ ໄດ້ 2,9 ຄະແນນ, ຄະແນນລວມ 9,5ຄະແນນ,ປະເພດ ໜ່ວຍພັກຫ້ອງການບໍລິຫານ, ແຜນການ ແລະ ການເງິນ ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ. ຈາກນັ້ນ, ຄະນະພັກ ເລຂາໜ່ວຍພັກ, ຂະແໜງການ ອົງການຈັດຕັ້ງ ໄດ້ຂື້ນຈັບມືແຂ່ງຂັນປະຕິບັດຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນປີ 2022 ໃຫ້ໄດ້ຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດຕາມແຜນການທີ່ວາງໄວ້.

  ກອງປະຊຸມໄດ້ຮັບຟັງການໂອ້ລົມ ຂອງ ສະຫາຍ ບຸນລັບ ແສງອາພອນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເຊິ່ງເພີ່ນໄດ້ເນັ້ນໜັກໃຫ້ເຫັນບາງບັນຫາດັ່ງນີ້:

- ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວ ສະມາຊິກພັກ,ພະນັກງານ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ແກ້ໄຂໃຫ້ໄດ້ແນວຄິດຄອງເດີມ, ສ້າງໃຫ້ມີແນວຄິດໃໝ່ທີ່ກ້າວໜ້າ, ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ແລະ ການນໍາພາທີ່ຖືກຕ້ອງຂອງພັກ, ສ້າງໃຫ້ໄດ້ຄວາມສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍຈິດໃຈເປັນເຈົ້າຂອງປະເທດຊາດ, ຮັກບ້ານເກີດເມືອງນອນອັນດູດດື່ມ ພ້ອມທັງເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕ້ານສຸດຂີດແນວຄິດ, ຄັບແຄບ, ຖີ້ມຄວາມຮັບຜິດຊອບໃຫ້ຜູ້ອື່ນ , ແບ່ງແຍກພາຍໃນພັກ, ກຸ່ມກ້ອນ, ຄົນເຈົ້າຄົນຂ້ອຍ.

- ວຽກງານປ້ອງກັນສຳນັກງານ ແລະ ປ້ອງກັນຄວາມສະຫງົບ ຕ້ອງຮັບປະກັນໃຫ້ມີຄວາມສະຫງົບຢ່າງໜັກແໜ້ນ, ເອົາໃຈໃສ່ສຶຶກສາອົບຮົມ ສະມາຊິກພັກ, ພະນັກງານ ມີສະຕິຕໍ່ການ ຫວັງມ້າງເພທໍາລາຍຂອງສັດຕູໂດຍການສວຍໃຊ້ບັນຫາ ແລະ ປະກົດການຫຍໍ້ທໍ້ອື່ນໆ, ດັ່ງນັ້ນ ຄະນະໜ່ວຍພັກ, ສະມາຊິກພັກ ຕ້ອງມີຄວາມຮັບຜິດຊອບໂດຍກົງຕໍ່ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ.

- ການສ້າງພັກ, ພະນັກງານນັ້ນ ຈິດໃຈຊີ້ນໍາຂອງພັກ ຕ້ອງເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງ. ເພື່ອຢາກໄດ້ແນວນັ້ນຕ້ອງປະຕິບັດໃຫ້ຖືກຕ້ອງຕາມຫຼັກການ ແລະ ທິດຊີ້ນຳໃນການກໍ່ສ້າງພັກ, ປະຕິບັດຫຼັກ ການລວມສູນປະຊາທິປະໄຕໃຫ້ເຂັ້ມງວດ, ເອົາໃຈໃສ່ເປັນພິເສດໃນການດຳເນີນຊີວິດພັກໃຫ້ເປັນປົກກະຕິ, ສືບຕໍ່ບູລະນະປັບປຸງ ເປັນຕົ້ນແມ່ນວຽກງານ ການບໍລິຫານ, ແຜນການ, ຂໍ້ມູນຂ່າວສານ ແລະ ການເງິນ ການບັນຊີ, ປັດໃຈຕັດສິນແມ່ນຄະນະໜ່ວຍພັກຕ້ອງຮູ້ນໍາພາ ແລະ ສ້າງເງື່ອນໄຂຮອບດ້ານ, ມີແບບແຜນຕິດແທດກັບໜ້າວຽກເງື່ອນໄຂຕົວຈິງ.

- ເອົາໃຈໃສ່ວຽກງານກວດກາພັກ - ລັດ, ໃຫ້ຖືວຽກງານນີ້ເປັນໜື່ງໃນຫຼັກການນຳພາຂອງພັກ. ໃນຕໍ່ໜ້ານີ້ຕ້ອງສຸມໃສ່ການກວດກາການຈັດຕັ້ງປະຕິບັດມະຕິ, ຄຳສັ່ງຂອງພັກ, ກວດກາການຈັດຕັ້ງພັກ ແລະ ສະມາຊິກພັກ. ສືບຕໍ່ຍູ້ແຮງການກວດກາໜ່ວຍພັກໃຫ້ປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ, ມີຄວາມສາມາດນໍາພາຮອບດ້ານ ຕິດພັນກັບການກວດກາຕ້ອງເອົາໃຈໃສ່ວຽກງານປ້ອງກັນພັກ, ຕ້ານທຸກການແບ່ງແຍກຄວາມສາມັກຄີພາຍໃນພັກ, ປົກປັກຮັກສາແນວທາງຂອງພັກປ້ອງກັນຖັນແຖວພະນັກງານ,ສະມາຊິກພັກບໍ່ເຮັດສິ່ງຈະເຊື່ອມເສຍພາລະບົດບາອິດທິພົນຂອງພັກຢ່າງເດັດຂາດ.